ຝລັ່ງ ຈະຜັນ​ຂະຫຍາຍ​ກໍ່າ​ປັ່ນ​ສະໜາມບິນ ​​ໄປ​ຍັງ​ພາກ​ພື້ນ ​ຕາ​ເວັນ​ອອກກາງ

(VOVWORLD) -ຝລັ່ງ ຈະຜັນຂະຫຍາຍກໍ່າປັ່ນສະໜາມບິນ Charles de Gaulle ໄປຍັງພາກພື້ນຕາເວັນອອກກາງ ເພື່ອໜູນຊ່ວຍບັນດາການເຄື່ອນໄຫວທາງດ້ານການທະຫານ ຕ້ານຄືນອົງການກໍ່ການຮ້າຍ IS.

        ຝລັ່ງ ຈະຜັນຂະຫຍາຍກໍ່າປັ່ນສະໜາມບິນ Charles de Gaulle ໄປຍັງພາກພື້ນຕາເວັນອອກກາງ ເພື່ອໜູນຊ່ວຍບັນດາການເຄື່ອນໄຫວທາງດ້ານການທະຫານ ຕ້ານຄືນອົງການກໍ່ການຮ້າຍ IS. ນີ້ແມ່ນແຈ້ງການໂດຍທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Florence Parly ໄດ້ຍົກອອກມາໃນວັນທີ 17 ມັງກອນ.

        ເມື່ອຕອບສໍາພາດໃນລາຍການຂອງວິທະຍຸກະຈາຍສຽງ Europel, ທ່ານນາງລັດຖະມົນຕີ Parly ໃຫ້ຮູ້ວ່າ ການເຄື່ອນໄຫວຜັນຂະຫຍາຍກໍ່າປັ່ນສະໜາມບິນ Charles de Gaulle ແມ່ນໄດ້ຂຶ້ນແຜນເປັນທີ່ຮຽບຮ້ອຍແລ້ວ ເພື່ອແນໃສ່ເຂົ້າຮ່ວມບັນດາບັ້ນຮົບຕ້ານຄືນອົງການກໍ່ການຮ້າຍ IS ຢູ່່ພາກພື້ນຕາເວັນອອກກາງ - ເຊິ່ງເປັນພາກພື້ນທີ່ມີການຜັນແປເຄ່ັງຕຶງ ໃນໄລຍະຜ່ານມາ.


ຕອບກັບ

ຂ່າວ/ບົດ​ອື່ນ