ຝ​ລັ່ງ ຮຽກ​ຮ້ອງ​ຍົກ​ເລີກ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ ຝ​ລັ່ງ ກັບ ນີ​ເຊ ຂ​ອງ​ກຳ​ລັງ​ກໍ່ລັດ​ຖະ​ປະ​ຫານ ຢູ່​ ນີ​ເຊ

(VOVWORLD) -  ທ່ານນາງ ລັດຖະມົນຕີການຕ່າງປະເທດ ຝລັ່ງ, Catherine Colonna, ເນັ້ນໜັກວ່າ ບັນດາຂໍ້ຕົກລົງຮ່ວມມືດ້ານການທະຫານ, ປ້ອງກັນຄວາມໝັ້ນຄົງລະຫວ່າງ ຝລັ່ງ ແລະ ນີເຊ ລ້ວນແຕ່ໄດ້ສ້າງຂຶ້ນບົນພື້ນຖານນິຕິກຳທີ່ຖືກຕ້ອງ. ດັ່ງນັ້ນ, ມີພຽງແຕ່ລັດຖະບານທີ່ຖືກຕ້ອງຕາມລັດຖະທຳມະນູນ ຢູ່ ນີເຊ ຈຶ່ງມີສິດຍົກອອກຂໍ້ຕົກລົງກ່ຽວກັບການຄົງຕົວຂອງບັນດາຂໍ້ຕົກລົງດັ່ງກ່າວ.
ຝ​ລັ່ງ ຮຽກ​ຮ້ອງ​ຍົກ​ເລີກ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ ຝ​ລັ່ງ ກັບ ນີ​ເຊ ຂ​ອງ​ກຳ​ລັງ​ກໍ່ລັດ​ຖະ​ປະ​ຫານ ຢູ່​ ນີ​ເຊ - ảnh 1ທ່ານນາງ ລັດຖະມົນຕີການຕ່າງປະເທດ ຝລັ່ງ, Catherine Colonna (ພາບ:sweden.postsen.com)

ວັນທີ 4 ສິງຫາ, ຝລັ່ງ ໄດ້ປະຕິເສດບັນດາຖະແຫຼງການຂອງກຳລັງກໍ່ລັດຖະປະຫານຢູ່ ນີເຊ ທີ່ກ່ຽວຂ້ອງເຖິງການຢຸດຕິຂໍ້ຕົກລົງຮ່ວມມືດ້ານການທະຫານ ທີ່ໄດ້ລົງນາມ ລະຫວ່າງ ຝລັ່ງ ກັບບັນດາລັດຖະບານ ນີເຊ ກ່ອນໜ້ານັ້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັບ ອາເມລິກາ ຟື້ນຟູພື້ນຖານປະຊາທິປະໄຕຢູ່ ນີເຊ. ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 4 ສິງຫາ, ທ່ານນາງ ລັດຖະມົນຕີການຕ່າງປະເທດ ຝລັ່ງ, Catherine Colonna, ເນັ້ນໜັກວ່າ ບັນດາຂໍ້ຕົກລົງຮ່ວມມືດ້ານການທະຫານ, ປ້ອງກັນຄວາມໝັ້ນຄົງລະຫວ່າງ ຝລັ່ງ ແລະ ນີເຊ ລ້ວນແຕ່ໄດ້ສ້າງຂຶ້ນບົນພື້ນຖານນິຕິກຳທີ່ຖືກຕ້ອງ. ດັ່ງນັ້ນ, ມີພຽງແຕ່ລັດຖະບານທີ່ຖືກຕ້ອງຕາມລັດຖະທຳມະນູນ ຢູ່ ນີເຊ ຈຶ່ງມີສິດຍົກອອກຂໍ້ຕົກລົງກ່ຽວກັບການຄົງຕົວຂອງບັນດາຂໍ້ຕົກລົງດັ່ງກ່າວ.

        ຄຳກ່າວປາໄສຂອງທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ ໄດ້ຍົກອອກມາພາຍຫຼັງກຳລັງກໍ່ລັດຖະປະຫານ ຢູ່ນີເຊ ປະກາດຍົກເລີກບັນດາຂໍ້ຕົກລົງຮ່ວມມືດ້ານການທະຫານ ແລະ ຄວາມໝັ້ນຄົງກັບ ຝລັ່ງ ທີ່ໄດ້ລົງນາມໃນໄລຍະແຕ່ປີ 1977 ຮອດປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ