ຝ​ລັ່ງ​ປະ​ກາດ​ບັນ​ຊີ​ລາຍ​ຊື່ ສະ​ມາ​ຊິກ​ຄະ​ນະລັດ​ຖະ​ບານ ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

(VOVWORLD) -ວັນທີ 6 ກໍລະກົດ, ທ່ານ Jean Castex ນາຍົກລັດຖະມົນຕີຄົນໃໝ່ຂອງຝລັ່ງໄດ້ປະກາດລັດຖະມົນຕີຄົນໃໝ່ 31 ທ່ານ ໃນລັດຖະບານຊຸດໃໝ່ ຂອງປະເທດຝລັ່ງ ທີ່ໄດ້ຮັບການແຕ່ງຕັ້ງ, ດ້ວຍ ຄົນໃໝ່ 8 ຄົນ ແລະ ບັນດາການດັດປັບຢູ່ບັນດາຕຳແໜ່ງທີ່ສຳຄັນ.
ຝ​ລັ່ງ​ປະ​ກາດ​ບັນ​ຊີ​ລາຍ​ຊື່ ສະ​ມາ​ຊິກ​ຄະ​ນະລັດ​ຖະ​ບານ ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ - ảnh 1ທ່ານນາງ Bachelot ລັດຖະມົນຕີກະຊວງວັດຖະນະທຳຝລັ່ງຄົນໃໝ່ (ພາບ: Le Monde)  

ໃນນັ້ນ, ທ່ານ Jean Yves Le Dian ໄດ້ຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ, ທ່ານນາງ Florence Parly ສືບຕໍ່ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ Jean Michel Blanquer ສືບຕໍ່ຮັກສາຕຳແໜ່ງເປັນລັດຖະມົນຕີກະຊວງສຶກສາທິການ, ທ່ານ Bruno Le Maire ສືບຕໍ່ຮັບຜິດຊອບກະຊວງເສດຖະກິດ  ແລະ ການເງິນ, ທ່ານ Oliver Veran ດຳລົງຕຳແໜ່ງເປັນປະທານລັດຖະມົນຕີກະຊວງສາທາລະນະສຸກ. ຈຸດພົ້ນເດັ່ນໃນບັນຊີລາຍຊື່ບັນດາລັດຖະມົນຕີໃນລັດຖະບານຊຸດໃໝ່ນີ້ຂອງຝລັ່ງ ແມ່ນການອອກໄປຂອງທ່ານ Christophe Castaner ອະດີດລັດຖະມົນຕີກະຊວງພາຍໃນ ແລະ ຜູ້ທີ່ປ່ຽນແທນແມ່ນທ່ານ Gerald Darmanin .

ຕອບກັບ

ຂ່າວ/ບົດ​ອື່ນ