ຝລັ່ງເພີ່ມທະວີກຳລັງທະຫານຕ້ານການກໍ່ການຮ້າຍຢູ່ ອາຟຼິກກາ
(VOVWORLD) - ວັນທີ 13 ມັງກອນ, ກອງປະຊຸມສຸດຍອດກຸ່ມ G5 Sahel ໄດ້ຈັດຂຶ້ນຢູ່ຝລັ່ງ ເພື່ອປຶກສາຫາລືກ່ຽວກັບບັ້ນຮົບຕ້ານການກໍ່ການຮ້າຍຢູ່ພາກພື້ນອາຟຼິກກາ.
ທະຫານຝລັ່ງ ຢູ່ ອາຟຼິກກາ (ພາບ: Local France) |
ກອງປະຊຸມສຸດຍອດ G5 Sahel ມີການເຂົ້າຮ່ວມຂອງທ່ານ ປະທານາທິບໍດີ ຝລັ່ງ ແລະ ປະທານາທິບໍດີ 5 ປະເທດອາບຟຼິກາລວມມີ ນີເຊ, ຕຈ໊າດ, ມາກຣີຕານີ, ບວກກີນາຟາໄຊ ແລະ ມາລີ. 5 ປະເທດອາຟຼິກກາ ແລະ ຝລັ່ງໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການທະຫານ, ພິເສດແມ່ນເພື່ອແນໃສ່ຮັບມືກັບລັດທິກໍ່ການຮ້າຍ ຢູ່ ພາກພື້ນ Sahel ແລະ Sahara.
ທີ່ກອງປະຊຸມ, ທ່ານ Emmanuel Macron ປະທານາທິບໍດີຝລັ່ງໃຫ້ຄຳໝັ້ນສັນຍາວ່າຈະຈັດສົ່ງນັກຮົບ 220 ຄົນຕື່ມໃຫ້ກຳລັງທະຫານ ປະມານ 4.500 ຄົນ ຂອງ ຝລັ່ງຢູ່ພາກພື້ນນີ້, ໃນບັ້ນຮົບການທະຫານທີ່ມີຊື່ວ່າ Barkhane, ເຊິ່ງໄດ້ຮັບການຜັນຂະຫຍາຍແຕ່ປີ 2014.