ຝລັ່ງ,ເຢຍລະມັນກະຕຸກຊຸກຍູ້ການປະຕິບັດມາດຕະການສັນຕິພາບຢູ່ພາກຕາເວັນອອກຢູແກຼນ

(VOVWORLD) -ວັນທີ 23 ທັນວາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ກະຕຸກຊຸກຍູ້ບັນດາຝ່າຍປະທະກັນຢູ່ພາກຕາເວັນອອກຢູແຫຼນ ປະຕິບັດຂໍ້ຕົກລົງຢຸດຍິງເຊິ່ງໄດ້ລົງນາມເມື່ອປີ 2015 ຍິ່ງໄວກໍ່ຍິ່ງດີ.

ຝລັ່ງ,ເຢຍລະມັນກະຕຸກຊຸກຍູ້ການປະຕິບັດມາດຕະການສັນຕິພາບຢູ່ພາກຕາເວັນອອກຢູແກຼນ - ảnh 1 ຝລັ່ງ,ເຢຍລະມັນກະຕຸກຊຸກຍູ້ການປະຕິບັດມາດຕະການສັນຕິພາບຢູ່ພາກຕາເວັນອອກຢູແກຼນ

(ພາບ: TTXVN)

ໃນຖະແຫຼງການຮ່ວມ, ການນຳ 2 ທ່ານຖືວ່າ ບໍ່ມີວິທີໃດສາມາດປ່ຽນແທນມາດຕະການສັນຕິພາບ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຍົກອອກບັນດາມາດຕະການທີ່ອາດພິສຸດໄດ້ໂດຍທັນທີ ເພື່ອແນໃສ່ແກ້ໄຂສະພາບການຂາດສະຖຽນລະພາບຄືໃນປະຈຸບັນ. ການນຳ 2 ທ່ານໄດ້ເນັ້ນໜັກວ່າ, ບັນດາຝ່າຍຄວນປະຕິບັດການຖອນທະຫານ, ກໍຄືເກັບຄືນບັນດາອາວຸດປະເພດໜັກຄື: ລົດຖັງ, ລູກປືນໃຫຍ່, ບັນດາສາງອາວຸດ… ທີ່ໄດ້ຮັບຄວາມເຫັນດີນຳກັນແລ້ວ. ນອນນັ້ນ, ບັນດາຂໍ້ມາດຕາຂອງຂໍ້ຕົກລົງ Minsk ຄື: ຖອນບັນດາກຳລັງຕ່າງປະເທດ ຫຼື ຜັນຂະຫຍາຍກຳລັງຄວບຄຸມເຂດຊາຍແດນ ລັດເຊຍ - ຢູແກຼນ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ