ຝະ​ລັ່ງ ແລະ ລັດ​ເຊຍ ປະ​ເອີບ​ໃຈ​ກ່ຽວ​ກັບສະ​ພາບ​ການ​ຢູ​ແກຼນ​ແຕ່​ມີ​ຄວາມລະ​ມັດ​ລະ​ວັງ

(VOVWORLD) - ພາຍຫຼັງການພົບປະເຈລະຈາເມື່ອວັນທີ 19 ສິງຫາ, ໃນຂະນະທີ່ທ່ານປະທານາທິບໍດີຝະລັ່ງ Emmanuel Macron ໃຫ້ຂໍ້ສັງເກດວ່າ: ພວມມີການປ່ຽນແປງອັນແທ້ຈິງໃນການພົວພັນລະຫວ່າງລັດເຊຍ ແລະ ຢູແກຼນ ນັ້ນ, ປະທານາທິບໍດີລັດເຊຍ Vladimir Putin ພັດຖືວ່າ: ຕ້ອງຮັບຮູ້ສະພາບການໃນປະຈຸບັນດ້ວຍຄວາມປະເອີບໃຈ ແຕ່ມີຄວາມລະມັດລະວັງ.
ຝະ​ລັ່ງ ແລະ ລັດ​ເຊຍ ປະ​ເອີບ​ໃຈ​ກ່ຽວ​ກັບສະ​ພາບ​ການ​ຢູ​ແກຼນ​ແຕ່​ມີ​ຄວາມລະ​ມັດ​ລະ​ວັງ - ảnh 1

ທ່ານປະທານາທິບໍດີຝະລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin

 ພາບ: Reuters

  ທີ່ການປະຊຸມຂ່າວຮ່ວມເພື່ອປະກາດກ່ຽວກັບໝາກຜົນຂອງການພົບປະ, ເຕື້ອງເຖິງສະພາບການຢູ່ຢູແກຼນ, ຊື່ງແມ່ນ 1 ໃນບັນດາຫົວເລື່ອງຈຸດສຸມສຳຄັນໂດຍສອງຝ່າຍລ້ວນແຕ່ຖືເປັນສຳຄັນພິເສດນັ້ນ, ທ່ານປະທານາທິບໍດີຝະລັ່ງ Emmanuel Macron ເນັ້ນໜັກວ່າ: ໂດຍບໍ່ຫົວຊາຕໍ່ຄວາມບໍ່ລົງລອຍກັນໃນການພົວພັນລະຫວ່າງລັດເຊຍ ແລະ ເອີລົບ ໃນໄລຍະຜ່ານມານັ້ນ, ຝະລັງ ຍັງຖືວ່າ ລັດເຊຍ ແມ່ນປັດໄຈທີ່ບໍ່ອາດຂາດໄດ້ຢູ່ເອີລົບ ແລະ ເອີລົບ ຕ້ອງສ້າງໂຄງປະກອບຄວາມໝັ້ນຄົງຄືນໃໝ່ອີງຕາມຄວາມໄວ້ວາງໃຈ ແລະ ມີການເຂົ້າຮ່ວມຂອງລັດເຊຍ.

  ທ່ານປະທານາທິບໍດີລັດເຊຍ Vladimir Putin ຖືວ່າ: ກົນໄກ 4 ຝ່າຍ ຊື່ງລວມມີ ປະທານາທິບໍດີລັດເຊຍ, ຝະລັງ, ຢູແກຼນ ແລະ ນາຍົກລັດຖະມົນຕີເຢັຍລະມັນ ແມ່ນມາດຕະການທີ່ອາດເປັນໄປໄດ້ທີ່ສຸດ ກ່ຽວກັບບັນຫາຢູແກຼນ ແລະ ແນ່ນອນວ່າ ລັດເຊຍ ຈະສະໜັບສະໜູນການພົບປະຄັ້ງຕ່າງໆ ໃນໄລຍະຈະມາເຖິງ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Putin ຍັງຖືວ່າ: ຕ້ອງຮັກສາຄວາມປະເອີບໃຈຢ່າງມີຄວາມລະມັດລະວັງ ຍ້ອນວ່າ ລະຫວ່າງຝ່າຍຕ່າງໆຍັງມີຂໍ້ຂັດຂ້ອງຫຼາຍຢ່າງ. ສຳລັບຫົວເລື່ອງຕ່າງໆໃນການພົວພັນລະຫວ່າງຝະລັ່ງ-ລັດເຊຍ, ປະທານາທິບໍດີສອງທ່ານ ລ້ວນແຕ່ໃຫ້ຮູ້ວ່າ: ສອງປະເທດໄດ້ແບ່ງປັນບາງທັດສະນະລວມໃນເລື່ອງຕ້ອງຮັກສາສະພາບແວດລ້ອມທີ່ໝັ້ນຄົງຢູ່ເອີລົບ, ຫລີກເວັ້ນການຊ່ວງເສັງອາວຸດ ແລະ ຕ້ອງສ້າງບັນດາຊ່ອງເຈລະຈາຍຸດທະສາດຄືນໃໝ່

 

 


ຕອບກັບ

ຂ່າວ/ບົດ​ອື່ນ