ຝ່າຍຄ້ານຊີຣີໂຈະການສ້າງຕັ້ງ ລັດຖະບານຂ້າມຜ່ານ

ຝ່າຍຄ້ານຊີຣີໂຈະການສ້າງຕັ້ງ ລັດຖະບານຂ້າມຜ່ານ  - ảnh 1

ສະພາບ​ການ​ຢູ່​ຊີຣີ

(ພາບ: vov.vn)

(vovworld): ທີ່​ການ​ປະຊຸມ​ຢູ່ Istanbul ປະ​ເທດ​ຕວກກີ, ບັນດາ​ຫົວໜ້າ​ຝ່າ​ນຄ້ານ​ຊີຣີ ​ໄດ້​ຕົກລົງ​ໂຈະ​ແຜນການ​ສ້າງຕັ້ງລັດຖະບານ​ຂ້າມ​ຜ່ານ​ໄວ້. ຕາມ​ຄຳ​ປະກາດ​ຂອງ​ສະພາ​ຊົນ​ເຜົ່າ​ຊີຣີ (SNC) ​ແລ້ວ, ວັນ​ທີ 21/1 ອົງການ​ຝ່າຍ​ຄ້ານ​ຕົ້ນຕໍ ສັງກັດ​ພັນທະ​ມິດ​ຊົນ​ເຜົ່າ​ຊີຣີ, ກອງ​ປະຊຸມ​ທີ່ Istanbul ​ໄດ້​ຕົກລົງ​ໂຈະ​ແຜນການ​ສ້າງຕັ້ງລັດຖະບານ​ຂ້າມ​ຜ່ານ​ໄວ້ ຍ້ອນ​ຕ້ອງການ​ຄຳໝັ້ນສັນຍາ​ສະໜັບສະໜູນ​ຂອງບັນດາ​ກຳລັງຢູ່​ຊີຣີ. ກອງ​ປະຊຸມ​ກໍ່​ເຫັນ​ດີ​ເຫັນ​ພ້ອມ​ກັບການ​ສ້າງຕັ້ງຄະນະ​ກຳມະການໜຶ່ງຊື່ງ​ລວມມີ​ສະມາຊິກ 5 ຄົນ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກັບ​ກອງທັບ​ຊີຣີ​ເສລີ (FSA) ​ແລະ ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ເພື່ອເປັນ​ເອກະພາບ​ຕໍ່ທັດສະນະ​ສ້າງຕັ້ງລັດຖະບານ​ໃນ​ຮອຍ​ເວລາ 10 ວັນ​ຈະ​ມາ​ເຖິງ. ການ​ປະຊຸມ​ລັບ​ຂອງ​ຝ່າຍ​ຄ້ານ​ຊີຣີ ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 20-21/1 ​ແລະ ​ແມ່ນ​ບາດກ້າວ​ກຽມ​ໃຫ້​ແກ່​ກອງ​ປະຊຸມ​ຂອງ​ຝ່າຍ​ຄ້ານ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປາຣີ ຂອງ​ຝະລັ່ງ ​ໃນ​ວັນ​ທີ 28/1 ຈະ​ມາ​ເຖິງ ພ້ອມ​ກັບ​ຜູ້ຕາງໜ້າ​ຂອງ​ບັນດາ​ປະ​ເທດ​ໜູນ​ຊ່ວຍ​ຝ່າຍ​ຄ້ານ​ທີ່​ມີ​ຊື່ວ່າ “ບັນດາ​ເພື່ອນ​ມິດ​ຂອງ​ຊີຣີ“.

ຂ່າວ/ບົດ​ອື່ນ