ຝ່າຍຄ້ານຢູ່ຊີຣີ ເລືອກຕັ້ງການນຳໃໝ່

ຝ່າຍຄ້ານຢູ່ຊີຣີ ເລືອກຕັ້ງການນຳໃໝ່ - ảnh 1
ທ່ານ George Sabra ການ​ນຳ​ຄົນໃໝ່​ຂອງ SNC
(ພາບ: Getty Images)


(vovworld) -     ພາຍຫຼັງ​ຈັດການ​ປະຊຸມ​ມາ​ເປັນ​ເວລາ​ຫຼາຍ​ມື​ຢູ່ Doha, Qatar, ວັນ​ທີ 9/11, ສະພາ​ຊົນ​ເຜົ່າ​ຊີຣີ (SNC) ​ໄດ້​ເລືອກ​ທ່ານ George Sabra, ​ເຄີຍ​ເປັນ​ໂຄສົກ​ຂອງ​ອົງການ​ນີ້ ​ເປັນ​ການ​ນຳ​ຄົນໃໝ່​ຂອງ SNC. ຕາມ​ຊ່ອງ​ໂທລະພາບ Al Jazeera ​ແລ້ວ, ​ໃນ​ຖະ​ແຫຼ​ງການສະບັບ​ໜຶ່ງ​ໃນ​ຖານະ​ເປັນການ​ນຳ​ສະພາ​ຊົນ​ເຜົ່າ, ທ່ານ Sabra ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ມານ​ະພະຍາຍາມ​ຮ່ວມ​ມື​ກັບ​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ອື່ນ ​ເພື່ອ​ແນ​ໃສ່​ສື​ບຕໍ່​​ເພີ່ມ​ຄວາມດັນ​ຕໍ່​ອຳນາດ​ການ​ປົກຄອງຂອງ​ທ່ານ​ປະທານ​ນາ​ທິບໍດີ Basha al Assad. ພາຍ​ໃຕ້​ການ​ໜູນ​ຫຼັງ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ບາງ​ປະ​ເທດ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ Qatar, ບັນດາ​ກຸ່ມ​ຝ່າຍ​ຄ້ານ​ຊີຣີ ທີ່ພວມ​ຕັ້ງ​ໜ້າ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ​ກັນ ​ເພື່ອ​ປະຕິບັດ​ຈຸດໝາຍ​​ໂຄ່ນລົ້ມອຳນາດ​ການ​ປົກຄອງຊີຣີ.

ຂ່າວ/ບົດ​ອື່ນ