ຝ່າຍຕາເວັນຕົກ ກຽມພ້ອມແຜນການ ນຳໃຊ້ນ້ຳມັນຖ້າຫາກອີຣານປິດຊ່ອງທະເລ Hormuz

ໃນ​ສະພາບ​ການທີ່ ອີຣານນາບ​ຂູ່​ປິດ​ຊ່ອງ​ທະ​ເລ Hormuz, ຝ່າຍ​ຕາ​ເວັນ​ຕົກ​ໄດ້​ກຽມພ້ອມ​ແຜນການ​ລະວັງ​ຕົວ, ຕາມ​ນັ້ນ​ແລ້ວການນຳ​ໃຊ້​ນ້ຳມັນ​ສະ​ສົມ​ຍຸດ​ທະ​ຍາດ​ເພື່ອ ຊົດ​ເຊີຍ​​ແຫຼ່ງນ້ຳມັນເກືອ​ບທັງ​ໝົດຈາກ​​ເຂດ​ອ່າວ​ເປີ​ເຊຍ ​ເຊິ່ງອາດ​ຈະ​ຖື​ກ​ເສຍ​ຫາຍ ຖ້າ​ຫາກ ອີຣານ ສະກັດກັ້ນ​​ເສັ້ນທາງ​ຂົນ​ສົ່ງ​ທາງ​ທະ​ເລ​ສຳຄັນ​ທີ່​ສຸດ​ໃນ​ໂລກ​ນີ້. ອົງການ​ພະລັງງາ​ນສາກົນ (ຫຼື IEA) ​ໄດ້​ປຶກສາ​ຫາລື​​ແຜນການ​ສະໜອງ  ​ນ້ຳມັນ 14 ລ້ານ​ຖັງ/ ວັນ ຈາກ​ແຫຼ່ງນ້ຳມັນ​ສະ​ສົມ​ຂອງ​ລັດຖະບານ ຢູ່ ອາ​​ເມ​ລິ​ກາ, ​ເອີ​ລົບ, ຍີ່​ປູ່​ນ ​ແລະ ບັນດາ​ປະ​ເທດ​ນຳ​ເຂົ້າ​ນ້ຳມັນ​ອື່ນ. ​ແຜນການ​ນີ້​ອາດ​ຈະ​ຊົດ​ເຊີຍ​ນ້ຳມັນ​ຂົນ​ສົ່ງ​ຜ່ານ​ຊ່ອງ​ທະ​ເລ Hormuz ​ໃນ 1 ​ເດືອນ ຢ່າງ​ຄົບ​ຖ້ວນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາ​ມ, ບັນດາ​ນັກ​ໄຈ້​ແຍກ​ຖື​ວ່າ: ອີຣານ ຍາກ​ທີ່​ຈະ​ປິດ​ຊ່ອງ​ທະ​ເລ Hormuz ​ໄດ້.

ຂ່າວ/ບົດ​ອື່ນ