ຝ່າຍຕາເວັນຕົກບໍ່ເຊື່ອໝັ້ນຕໍການນາບຂູ່ດ້ານນິວເຄຼຍຂອງ ອີຣານ
ພາບປະກອບ
(vovworld) – ວັນທີ 23/3, ສຳນັກຂ່າວສານ Reuters ຂອງ ອັງກິດໄດ້ປະກາດບົດລາຍງານສັງລວມໂດຍໃຫ້ເຫັນວ່າ: ບັນດາເຈົ້າໜ້າທີ່ອາເມລິກາ ແລະ ເອີລົບ, ນັບທັງ ອິດສະຣາແອນ ໄດ້ເຫັນດີເປັນເອກະສັນກັນວ່າ: ອີຣານ ບໍ່ມີລະເບີດນິວເຄຼຍ, ຍັງບໍ່ທັນຕັດສິນຜະລິດລະເບີດ ແລະ ຕ້ອງເສຍເວລາຫຼາຍປີອີກຈຶ່ງສາມາດຜະລິດຫົວລະເບີດນິວເຄຼຍທີ່ມີຄວາມສາມາດຍິງໄດ້. ບົດລາຍງານນີ້ແມ່ນອີງຕາມການສຳພາດບັນດາເຈົ້າໜ້າທີ່ໂດຍບໍ່ເຜິຍຊື່, ນັບທັງຜູ້ພວມປະຕິບັດງານ ແລະ ໄດ້ກິນເບຍບຳນານແລ້ວ, ເຂົາເຈົ້າລ້ວນແຕ່ໄດ້ສຳພັດກັບຂໍ້ມູນຂ່າວສືບລາຊະການລັບກ່ຽວກັບ ອີຣານ. ບັນດາຂໍ້ສະຫຼຸບນີ້ ກົງກັນຂ້າມກັບບັນດາຄວາມເຫັນທີ່ພວມໄດ້ຮັບການໂຕ້ຖຽງກັນຢ່າງເປີດເຜີຍກ່ຽວກັບເລື່ອງ ອິດສະຣາແອນ ອາດຈະເປີດການບຸກໂຈມຕີຄັ້ງໃໝ່ເພື່ອແນໃສ່ບັນດາຮາກຖານນິວເຄຼຍຂອງອີຣານ.