ຝ່າຍຕາເວັນຕົກມີຄວາມລະມັດລະວັງເມື່ອຍົກອອກຂໍ້ສະຫຼຸບກ່ຽວກັບຜູ້ກໍ່ເຫດລະເບີດທໍສົ່ງອາຍແກັດ Nord Stream
(VOVWORLD) - ວັນທີ 8 ມີນາ, ມີຫຼາຍປະເທດຝ່າຍຕາເວັນຕົກ ໄດ້ຮຽກຮ້ອງຕ້ອງມີຄວາມລະມັດລະວັງເມື່ອຍົກອອກຂໍ້ສະຫຼຸບກ່ຽວກັບຜູ້ກໍ່ເຫດລະເບີດທໍ່ສົ່ງ ອາຍແກັດ Nord Stream ຂອງລັດເຊຍ.
ທໍ່ສົ່ງ ອາຍແກັດ Nord Stream 2 ຂອງລັດເຊຍ (ພາບ: Shutterstock) |
ໃນຖະແຫຼງການໜຶ່ງ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ທັນສະຫຼຸບໄດ້ ຜູ້ຢູເບື້ອງຫຼັງເຫດລະເບີດທໍ່ສົ່ງອາຍແກັດ Nord Stream. ກ່າວຄຳເຫັນທີ່ກອງປະຊຸມກັບບັນດາລັດຖະມົນຕີປ້ອງກັນປະເທດຊອງບັນດາປະເທດສະຫະພາບເອີລົບຢູ່ ຊູແອັດ, ທ່ານ Jens Stoltenberg ເນັ້ນໜັກວ່າ ນີ້ແມ່ນການກະທຳທຳລາຍ. ບັນດາບັ້ນສືບສວນລະດັບຊາດ ພວມດຳເນີນ ແລະ ທຸກເລື່ອງຈະ ໄດ້ແກ້ໄຂເວລາໃດມີການສະຫຼຸບສຸດທ້າຍ.
ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Boris Pistorius ໄດ້ກ່າວເຕືອນກ່ຽວກັບບັນດາການກ່າວຫາທີ່ຟ້າວຟັ່ງ ທີ່ກ່ຽວຂ້ອງເຖິງບັນດາເຫດທຳລາຍດັ່ງກ່າວ. ຕາມລັດຖະມົນຕີກະຊວງປ້ອງກັນປະເທດເຢຍລະມັນແລ້ວ, ຕ້ອງກຳນົດຢ່າງຈະແຈ້ງວ່າ ກຸ່ມເປົ້າໝາຍກໍ່ເຫດລະເບີດດ້ວຍຕົນເອງ ຫຼືປະຕິບັດຕາມການຊີ້ນຳຂອງລັດຖະບານ ຢູແກຼນ.