(vovworld) – ວັນທີ 05/06, ແນວໂຮມປະຊາທິປະໄຕຕ້ານພະເດັດການ (UDD) ຫຼື ເອີ້ນວ່າ ຝ່າຍເຊື້ອແດງ, ໄດ້ເປີດສູນຕິດຕາມກວດກາການລົງປະຊາມະຕິ ກ່ຽວກັບຮ່າງລັດຖະທຳມະນູນໃໝ່ຂອງໄທ, ສູນດັ່ງກ່າວຕັ້ງຢູ່ນະຄອນຫຼວງບາງກອກ. ຈຸດປະສົງແຫ່ງການເຄື່ອນໄຫວຂອງສູນແມ່ນປະສານບັນດາການເຄື່ອນໄຫວຕິດຕາມກວດກາໂດຍສະມາຊິກຂອງ UDD ປະຕິບັດ ຢູ່ບັນດາສະຖານທີ່ລົງປະຊາມະຕິ, ສົມທົບກັບຄະນະກຳມະການເລືອກຕັ້ງເພື່ອຄົ້ນພົບບັນດາການກະທຳສໍ້ໂກງໃນວັນປ່ອນບັດ ແລະ ຫຼັງຈາກການປ່ອນບັດ. ກ່ອນທີ່ດຳເນີນການປະຊຸມຂ່າວປະກາດການເປີດສູນຕິດຕາມກວດການີ້, ຕຳຫຼວດ ແລະ ພົນທະຫານໄດ້ຮຽກຮ້ອງໃຫ້ຫົວໜ້າຝ່າຍເຊື້ອແດງ ຈະຕຸພອນ ພຣົມພັນ ບໍ່ໄດ້ຈັດການປະຊຸມຂ່າວ. ແຕ່ວ່າ, ທ່ານ ຈະຕຸພອນ ພຣົມພັນ ຍັງດຳເນີນການເປີດສູນຕິດຕາມກວດກາ. ຫົວໜ້າຝ່າຍເຊື້ອແດງຜູ້ນີ້ ຫາກໍຖືກຕັດສິນລົງໂທດຈຳຄຸກເປັນເວລາ 6 ເດືອນ, ແຕ່ຖືກໂຈະການປະຕິບັດຄຳຕັດສິນຂອງສານໄວ້.