ປະທານ CNRP ທ່ານ Sam Rainsy
(ພາບຈາກອີນເຕີເນັດ)
(vovworld) – ສະພາບຂາດສະຖຽນລະພາບດ້ານການເມືອງຢູ່ກຳປູເຈຍ ມີສັນຍານໄດ້ຮັບການແກ້ໄຂ ເມື່ອການນຳພັກກູ້ໄພແຫ່ງຊາດກຳປູເຈຍ CNRP ຝ່າຍຄ້ານສະແດງຄວາມປາຖະໜາຢາກກັບຄືນສູ່ການເຈລະຈາກັບພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ.
ຕອນເຊົ້າວັນທີ 28/12, ໃນການປະຊຸມຂ່າວຢູ່ສຳນັກງານຂອງ CNRP, ປະທານ CNRP ທ່ານ Sam Rainsy ໃຫ້ຮູ້ວ່າ, ທ່ານຫວັງວ່ານັບແຕ່ວັນທີ 1-3/1/2014, CNRP ຝ່າຍຄ້ານ ແລະ CPP ກຳອຳນາດຂອງທ່ານນາຍົກລັດຖະມົນຕີ Hunsen ຈະດຳເນີນການເຈລະຈາ ເພື່ອແກ້ໄຂສະພາບການບໍ່ມີທາງອອກໃນປະຈຸບັນ ດ້ວຍການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ, ອົງການກຳມະບານ ແລະ ບັນດາພັກຝ່າຍການເມືອງອື່ນໆ.
ປະຕິກິລິຍາຕໍ່ຂໍ້ສະເໜີຂອງທ່ານ Sam Rainsy, ເຈົ້າໜ້າທີ່ຂັ້ນສູງຂອງ CPP, ສະມາຊິກສະພາ Chiem Yeap ຢືນຢັນວ່າ CPP ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາກັບ CNRP ເພື່ອແກ້ໄຂສິ່ງທີ່ຍັງຄົງຄ້າງ. ແຕ່ພາກສ່ວນເຂົ້າຮ່ວມກອງປະຊຸມຄວນໄດ້ຮັບການປຶກສາຫາລື, ເປັນເອກະພາບລະຫວ່າງສອງຝ່າຍ ບົນພື້ນຖານດ້ານກົດໝາຍ.
ເຖິງຢ່າງໃດກໍ່ຕາມໃນການປະຊຸມຂ່າວ, ທ່ານຮອງປະທານ CNRP Kem Sokha ຍັງປະກາດສືບຕໍ່ຈັດຕັ້ງການແຫ່ຂະບວນຕ່າງໆປະຈຳວັນຢູ່ພະນົມເປັນ.