ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງໃຫ້ແກ່ລຸ້ນໜຸ່ມ

(VOVWORLD) -   “ຄວາມເອກອ້າງທະນົງໃຈ ຫວຽດນາມ” ຄັ້ງທີ II, ປີ 2017. ທ່ານນາງ ຮອງປະທານປະເທດ ດັ້ງທີ້ງ້ອກທີ້ງ ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງໃຫ້ແກ່ລຸ້ນໜຸ່ມເວົ້າລວມ ແລະ ພວກນ້ອງນັກຮຽນມັດທະຍົມຕອນປາຍ ເວົ້າສະເພາະ. 
ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງໃຫ້ແກ່ລຸ້ນໜຸ່ມ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທຶງອັກທິ້ງ ມອບລາງວັນໃຫ້ນັກຮຽນເຂົ້າຮ່ວມ

ໃນຕອນບ່າຍວັນທີ 3 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາງ ດັ້ງທິງອັກທີ້ງ ຮອງປະທານປະເທດ ຫວຽດນາມ ພົບປະກັບ ນັກຮຽນ 63 ຄົນ ທີ່ມາຈາກບັນດາ ໂຮງຮຽນມັດທະຍົມຕອນປາຍ, ສູນສຶກສາເປັນປະຈຳ - ສຶກສາວິຊາອາຊີບ ໃນທົ່ວປະເທດ ເຊິ່ງໄດ້ເຂົ້າຮ່ວມຮອບຊິງຊະນະເລີດໃນການເສັງຊອກຮູ້ປະຫວັດສາດ, ວັດທະນະທຳຂອງຊາດທີ່ມີຫົວຂໍ້ວ່າ:     “ຄວາມເອກອ້າງທະນົງໃຈ ຫວຽດນາມ” ຄັ້ງທີ II, ປີ 2017. ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທີ້ງ ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງໃຫ້ແກ່ລຸ້ນໜຸ່ມເວົ້າລວມ ແລະ ພວກນ້ອງນັກຮຽນມັດທະຍົມຕອນປາຍ ເວົ້າສະເພາະ. ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທີ້ງ ປາດຖະໜາວ່າ ຊາວໜຸ່ມ, ນັກສຶກສາ, ນັກຮຽນ ຫວຽດນາມ ມີຄວາມມານະພະຍາຍາມຮ່ຳຮຽນ, ຫຼໍ່ຫຼອມ, ກາຍເປັນພົນລະເມືອງ ຫວຽດນາມ ທີ່ມີຄວາມເກັ່ງກ້າສາມາດດ້ານວິຊາສະເພາະ, ຮັ່ງມີດ້ານພູມປັນຍາ, ມີຄວາມມຸ່ງຫວັງ, ມີຄວາມຮັບຜິດຊອບກັບມູນເຊື້ອວັດທະນະທຳຂອງຊາດ ຫວຽດນາມ.

        ແລະກໍ່ໃນຕອນບ່າຍວັນທີ 3 ທັນວາ, ຢູ່ ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີ໋ມີນ  ສົມທົບກັບ ກະຊວງການສຶກສາ ແລະ ບຳລຸງສ້າງ ແລະ ບັນດາ ພາກສ່ວນກ່ຽວຂ້ອງຈັດຕັ້ງຮອບຊິງຊະນະເລີດໃນທົ່ວປະເທດ, ສະຫຼຸບ ແລະ ມອບລາງວັນໃຫ້ການເສັງຊອກຮູ້ປະຫວັດສາດ, ວັດທະນະທຳຂອງຊາດ “ຄວາມເອກອ້າງທະນົງໃຈ ຫວຽດນາມ” ຄັ້ງທີ II, ປີ 2017 ສຳລັບນັກຮຽນມັດທະຍົມຕອນປາຍ, ສູນສຶກສາເປັນປະຈຳ - ສຶກສາວິຊາອາຊີບ ໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ