ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເຄົາລົບ, ຮູ້ບຸນຄຸນຕໍ່ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ ອຳນາດການປົກຄອງທ້ອງຖິ່ນ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງ.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເຄົາລົບ, ຮູ້ບຸນຄຸນຕໍ່ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ພ້ອມກັບຄະນະປະຕິບັດງານ, ການນຳແຂວງ ດັກລັກ ໄປໄວ້ອາໄລຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກລັກ, ຕອນເຊົ້າວັນທີ 24 ກໍລະກົດ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ, ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ພ້ອມກັບຄະນະປະຕິບັດງານໄດ້ໄປໄວ້ອາໄລຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ແລະ ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈແກ່ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ເມື່ອປະຕິບັດໜ້າທີ່ຢູ່ເມືອງ Cu Kuin, ແຂວງ ດັກລັກ.

        ໃນວັນດຽວກັນ, ຄະນະປະຕິບັດງານໂດຍທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ, ມອບຂອບຂວັນໃຫ້ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເມືອງ ຈູ່ງແຄງ; ຖະຫວາຍດອກໄມ້, ທູບທຽນ, ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຈ່າລິ້ງ, ເມືອງ ຈູ່ງແຄງ, ແຂວງ ກາວບັ່ງ.

        ເມື່ອຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ງກວາງເຟືອງ ຢືນຢັນວ່າ, ພັກ, ລັດ, ປະຊາຊົນທຸກຊັ້ນວັນນະ ຍາມໃດກໍ່ເຄົາລົບ, ຮູ້ບຸນຄຸນຕໍ່ການເສຍສະຫຼະເລືອດເນື້ອຂອງຄົນລຸ້ນກ່ອນໆ ທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານເພື່ອຍາດເອົາເອກະລາດ, ເອລີພາບມາໃຫ້ປະເທດຊາດ. ທ່ານຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ ອຳນາດການປົກຄອງທ້ອງຖິ່ນ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງ. ຢູ່ທີ່ນີ້, ຄະນະປະຕິບັດງານຂອງສະພາແຫ່ງຊາດ ໄດ້ມອບຂອບຂວັນ 30 ພູດໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຂອງ 2 ເມືອງ ຫງວຽນບິ່ງ, ຈູ່ງແຄງ, ແຂວງ ກາວບັ່ງ.

        ແລະກໍ່ເນື່ອງໃນໂອກາດນີ້, ວັນທີ 23 ກໍລະກົດ, ຢູ່ ຮ່າໂນ້ຍ, ບໍລິສັດທະຫານເສຍອົງຄະໜັກ 27/7 ຈຳກັດ ແລະ ຜູ້ຕິດທາດພິດສີສົ້ມດີໂອຊິນ ຫວຽດນາມ ໄດ້ສົມທົບກັບບັນດາຄະນະ, ຂະແໜງການຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2023) ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ