ພັກ, ລັດເອົາໃຈໃສ່ເບິ່ງ ແຍງຜູ້ມີຄຸນງາມຄວາມ ດີຕໍ່ປະເທດຊາດ

ພັກ, ລັດເອົາໃຈໃສ່ເບິ່ງ ແຍງຜູ້ມີຄຸນງາມຄວາມ ດີຕໍ່ປະເທດຊາດ - ảnh 1

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ມອບຂອງຂວັນໃຫ້ຄະນະຜູ້ແທນ

(vovworld) - ຕອນ​ບ່າຍ​ວັນ​ທີ 29/4, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ພະນັກງານ​ກ່ອນ​ການ​ລຸກ​ຮຶ້ຂຶ້ນ, ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວ​ນະ​ໂຍບາຍ, ພະນັກງານ, ພົນລະ​ເມືອງ​ທີ່​ດີ​ເດັ່ນ​ຕາ​ແສງ​ເກົ່າ​ຢ້ຽນ, ​ເມືອງ​ຕື່ລຽມ, ຮ່າ​ໂນ້ຍ. ທ່ານ​ນາງ ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ​ ເນັ້ນ​ໜັກ​ວ່າ, ພັກ, ລັດ​ຍາມ​ໃດ​ກໍ່​ເຄົາລົບ​ນັບຖື ​ແລະ ຈົດ​ຈຳ​ບຸນຄຸນ​ບັນດາ​ພະນັກງານ​ກ່ອນ​ການ​ລຸກ​ຮຶ້ຂຶ້ນ, ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວ​ນະ​ໂຍບາຍ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຫວັງ​ວ່າ ພະນັກງານ​ກ່ອນ​ການ​ ລຸກ​ຮຶ້ຂຶ້ນ, ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວ​ນະ​ໂຍບາຍຕາ​ແສງ​ເກົ່າ​ຢ້ຽນ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ສືບ​ຕໍ່​ປະກອບສ່ວນ​ຫຼາຍ​ກວ່າ​ອີກ​ໃນ​ການ​ພັດທະນາ​​ປະ​ເທດ​ຊາດ​ເວົ້າ​ລວມ ​ແລະ ຕາ​ແສງ​ເກົ່າ​ຢ້ຽນ​ ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ