ພັກCPPຂອງກຳປູເຈຍຢັ້ງຢືນຄືນໃໝ່ພ້ອມແລ້ວທີ່ໂອ້ລົມສົນທະນາກັບພັກCNRP
ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Sar Kheng
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)
(vovworld) – ວັນທີ 20/5, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Sar Kheng, ຜູ້ນຳຂັ້ນສູງຂອງພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ, ຢັ້ງຢືນຄືນໃໝ່ພ້ອມແລ້ວທີ່ໂອ້ລົມສົນທະນາກັບພັກກູ້ຊາດ ກຳປູເຈຍ (CNRP) ຝ່າຍຄ້ານເພື່ອແກ້ໄຂຄວາມບໍ່ລົງລອຍກັນພາຍຫຼັງການເລືອກຕັ້ງລະຫວ່າງ 2 ຝ່າຍ. ໃນຖະແຫຼງການຢູ່ນອກກອງປະຊຸມສະພາແຫ່ງຊາດທີ່ນະຄອນຫຼວງ ພະນົມເປັນ, ທ່ານຮອງນາຍົກລັດຖະມົນຕີ Sar Kheng ໃຫ້ຮູ້ວ່າ: ເຖິງວ່າ 2 ຝ່າຍຍັງບໍ່ທັນເປັນເອກະສັນຈຸດເວລາລະອຽດເພື່ອດຳເນີນການເຈລະຈາ, ແຕ່ CPP ຍາມໃດກໍ່ມີເຈດຕະນາດີ, ລໍຄອຍ CNRP ກັບຄືນສູ່ການເຈລະຈາເພື່ອແກ້ໄຂຂໍ້ຄົງຄ້າງ, ສະແດງຄວາມຮັບຜິດຊອບສຳລັບຄວາມສະຖຽນລະພາບ ແລະ ການພັດທະນາຂອງປະເທດຊາດ.
ກ່ອນໜ້ານັ້ນ, ວົງການສື່ມວນຊົນ ກຳປູເຈຍ ໄດ້ຄັດສະເໜີແຫຼ່ງຂ່າວຈາກ CNRP ໃຫ້ຮູ້ວ່າ: ປະທານ CNRP Sam Rainsy ແລະ ຮອງປະທານ CNRP Kem Sokha ປະກາດແຜນການຈະກັບຄືນສູ່ການເຈລະຈາກັບ CPP ພາຍຫຼັງການເລືອກຕັ້ງສະພານະຄອນ, ແຂວງ ແລະ ເມືອງ ໄດ້ຮັບການຈັດຕັ້ງໃນວັນທີ 18/5.