ພັກກອມມູນິດ ຈີນ ຈັດກອງປະຊຸມສູນກາງພັກຄັ້ງທີ 2 ຊຸດທີ XX ປຶກສາຫາລືກ່ຽວກັບວຽກງານບຸນຄະລາກອນ

(VOVWORLD) - ໜຶ່ງໃນບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນຮັບຮອງເອົາບຸນຄະລາກອນ ບັນດາຕຳແໜ່ງການນຳສຳຄັນຂອງຄະນະລັດຖະບານ...

ກອງປະຊຸມຂອງກົມການເມືອງສູນກາງ ພັກກອມມູນິດ ຈີນ ໄດ້ຖືກຈັດຂຶ້ນໃນວັນທີ 21 ກຸມພາ, ໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ສີຈີ້ນຜິງ, ໄດ້ຕັດສິນໃຈຈັດກອງປະຊຸມສູນກາງຄັ້ງທີ 2 ຊຸດທີ XX ແຕ່ວັນທີ 26 – 28 ກຸມພາ. ໜຶ່ງໃນບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນຮັບຮອງເອົາບຸນຄະລາກອນ ບັນດາຕຳແໜ່ງການນຳສຳຄັນຂອງຄະນະລັດຖະບານ, ສະພາຜູ້ແທນປະຊາຊົນແຫ່ງຊາດ ແລະ ສະພາປຶກສາການເມືອງແຫ່ງຊາດ ຂອງປະເທດນີ້ເພື່ອເລືອກຕັ້ງທີ່ກອງປະຊຸມປະຈຳປີທີ່ຈັດຂຶ້ນໃນຕົ້ນເດືອນ ມີນາ.

        ຕາມແຜນການແລ້ວ, ກອງປະຊຸມຄັ້ງປະຖົມມະເລິກຂອງ ສະພາປຶກສາການເມືອງແຫ່ງຊາດຈີນ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ XIV ຂອງ ປະເທດນີ້ໄດ້ໄຂຂຶ້ນໃນວັນທີ 4 – 5 ມີນາ, ເພື່ອແນໃສ່ປຶກສາຫາລື ແລະ ຮັບຮອງເອົາບັນດາຄຳຕັດສິນທີ່ສຳຄັນກ່ຽວກັບບຸກຄະລາກອນຊຸດໃໝ່, ກໍ່ຄືວາງອອກບັນດາເປົ້າໝາຍພັດທະນາເສດຖະກິດ ສັງຄົມ ຂອງຈີນໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ