ພັກກອມມູນິດ ຈີນ ສະເໜີປັບປຸງລັດຖະທຳມະນູນ

(VOVWORLD) - ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ໄດ້ສະເໜີເພີ່ມເຕີມເຂົ້າໃນລັດຖະທຳມະນູນເນື້ອໃນເນັ້ນໜັກການນຳພາຂອງ ພັກ, ຊີ້ແຈ້ງງການນຳພາຂອງພັກກອມມູນິດ ຈີນ

ພັກກອມມູນິດ ຈີນ ສະເໜີປັບປຸງລັດຖະທຳມະນູນ - ảnh 1 ກອງປະຊຸມຂອງສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ

(ພາບ: AFP/TTXVN)

ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ໄດ້ສະເໜີບາງເນື້ອໃນປັບປຸງລັດຖະທຳມະນູນຂອງປະເທດນີ້ ແລະ ບັນດາຂໍ້ສະເໜີນີ້ໄດ້ຮັບການປະກາດໃນວັນທີ 25 ກຸມພາ. ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ໄດ້ສະເໜີເພີ່ມເຕີມເຂົ້າໃນລັດຖະທຳມະນູນເນື້ອໃນເນັ້ນໜັກການນຳພາຂອງ ພັກ, ຊີ້ແຈ້ງງການນຳພາຂອງພັກກອມມູນິດ ຈີນ ມີລັກສະນະເປັນເອກະລັກສະເພາະລັດທິສັງຄົມນິຍົມທີ່ໂດດເດັ່ນຂອງຈີນ. ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ກໍ່ສະເໜີເພີ່ມເຕີມບັນດາຄຸນຄ່າສຳຄັນຂອງລັດທິສັງຄົມນິຍົມເຂົ້າໃນເນື້ອໃນຂອງລັດຖະທຳມະນູນ. ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ກໍ່ສະເໜີລົບລ້າງເນື້ອໃນລັດຖະທຳມະນູນວ່າດ້ວຍການກຳນົດປະທານປະເທດ ແລະ ຮອງປະທານປະເທດ ດຳລົງຕຳແໜ່ງບໍ່ເກີນ 2 ອາຍຸການຢ່າງລຽນຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ