ພັກກຳອຳນາດຍອມຮັບ ປະລາໄຊໃນການເລືອກ ຕັ້ງນິຕິບັນຍັດຢູ່ ອິນໂດເນເຊຍ


ພັກກຳອຳນາດຍອມຮັບ ປະລາໄຊໃນການເລືອກ ຕັ້ງນິຕິບັນຍັດຢູ່ ອິນໂດເນເຊຍ - ảnh 1
(
ພາບ: AFP/TTXVN)

 (vovworld)- ​​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono, ປະທານ​ພັກ​ປະຊາທິປະ​ໄຕ (DP) ຜູ້ນຳ​ໜ້າ​ພັນທະ​ມິດ​ກຳ​ອຳນາດ 6 ພັກ​ໃນ​ປະຈຸ​ບັນ ​ໄດ້​ຍອມຮັບ​ DP ຖືກປະລາ​ໄຊ​ໃນການ​ເລືອກ​ຕັ້ງນິຕິບັນຍັດ​ເມື່ອ​ວັນ​ທີ 9/4 ຜ່ານ​ມາ. ໝາກຜົນ​ການ​ນັບ​ບັດ​ໄວ​ໃນ​ຈຳນວນ 98% ບັດ​ເລືອກ​ຕັ້ງ​ໃຫ້​ເຫັນ​ວ່າ: ພັກ​ປະຊາທິປະ​ໄຕ​ອິນ​ໂດ​ເນ​ຊຍຕໍ່ສູ້ (PDI-P) ຊື່ງ​ແມ່ນ​ພັກ​ຝ່າຍ​ຄ້ານ​ໃຫ່ຍກ່ວາ​ໝູ່​ຢູ່​ອິນ​ໂດ​ເນ​ເຊຍ, ​ໂດຍ​ອະດີດ​ປະທານາທິບໍດີ Soekarnoputri Magawati ​ເປັນ​ປະທານ ​ໄດ້​ນຳ​ໜ້າ​ດ້ວຍ 19% ບັດ​ສະໜັບສະໜູນ, ຖັດມາ​ແມ່ນ​ພັກ Golkar, Gerindra, DP.

  ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 9/4, ​​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ປະກາດ​ວ່າ DP ຍອມຮັບ​ໝາກຜົນ​ດັ່ງ​ກ່າວ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຫັນ​ໄປ​ສູ່​ທີ່​ຕັ້ງຝ່າຍ​ຄ້ານ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ສະພາ​ແຫ່ງ​ຊາດ./.

 

ຂ່າວ/ບົດ​ອື່ນ