ພັກປະເທດລັດເຊຍ ເອກະພາບ ຮຽກໂຮມກອງປະຊຸມໃຫຍ່ວິສາມັນ.

ພັກປະເທດລັດເຊຍ ເອກະພາບ ຮຽກໂຮມກອງປະຊຸມໃຫຍ່ວິສາມັນ. - ảnh 1
ທ່ານ Putin ສະເຫນີແຕ່ງຕັ້ງທ່ານ Medvedev ເປັນປະທານ UR
ພາບປະກອບ:internet


(vovworld) -  ວັນ​ທີ 25/4, ຄະນະ​ປະທານສະພາ​ສູງ​ສຸດ​ພັກ​ປະ​ເທດ​ ລັດ​ເຊຍ ​ເອກະພາບ (UR) ​ໄດ້ຕົກລົງ​ຮຽກ​ໂຮມ​ກອງ​ປະຊຸມ​ໃຫຍ່​ວິ​ສາ​ມັນ​ຂອງ​ພັກ​ນີ້​ໃນ​ວັນ​ທີ 26/5 ຈະ​ມາ​ເຖິງ ​ເພື່ອ​ເລືອກ​ຕັ້ງ​ປະທານ​ຄົນໃຫມ່ ​ແລະ ປຶກສາ​ຫາລື​ບັນດາ​ບັນຫາ​ບຸລິມະສິດ​ທີ່​ພວມ​ວາງ​ອອກ​​​ໃຫ້​ແກ່​ອຳນາດ​ພັກ​ກຳ​ອຳນາດ​ນີ້ ຢູ່ ລັດ​ເຊຍ. ຄະນະ​ປະທານສະພາ​ສູງ​ສຸດ​ພັກ​ປະ​ເທດ​ ລັດ​ເຊຍ ​ເອກະພາບ ຮຽກ​ໂຮມ​ກອງ​ປະຊຸມ​ໃຫຍ່ວິສາມັນ ​ແມ່ນຕາມ​ຂໍ້​      ສະ​ເຫ​ນີຂອງ​ນາຍົກລັດຖະມົນຕີຄົນປະຈຸ​ບັນ ທັງ​ເປັນ​ປະທານ​ພັກ​ນີ້ ທ່ານ Vladimir Putin. ກ່ອນ​ຫນ້າ​ນັ້ນ ທ່ານ Putin ຖະ​ແຫລ​ງວ່າ ຈະ​​ເຊົາ​ດຳລົງ​ຕຳ​ແຫນ່​ງປະທານ​ພັກ​ດັ່ງກ່າວ ພາຍຫລັງ​ພິທີ​ສາບານ​ຕົວ​ຮັບດຳລົງ ​ຕຳ​ແຫນ່​ງປະທານາທິບໍດີ ລັດ​ເຊຍ ​ໃນ​ວັນ​ທີ 7/5 ຈະ​ມາ​ເຖິງ ​ແລະ ສະ​ເຫ​ນີ​ເລືອກ​ຕັ້ງ​ທ່ານ Dmitry Medvedev ປະທານາທິບໍດີ ​ໃກ້​ໝົດ​ອາຍຸ​ການ ​ແທນຕຳ​ແຫນ່​ງດັ່ງກ່າວ. ຄາດ​ວ່າ ທ່ານ Medvedev ຈະ​ໄດ້​ຮັບ​ການແຕ່ງ​ຕັ້ງ​ເປັນ​ນາຍົກລັດຖະມົນຕີລັດ​ເຊຍ ພາຍຫລັງ​ວັນ​ທີ 8/5.

ຂ່າວ/ບົດ​ອື່ນ