ພັກຝ່າຍຄ້ານກຳປູເຈຍ ຖືກກ່າວຫາກໍ່ຄວາມ ຂາດສະຖຽນລະພາບ ໃນສັງຄົມ
ກອງທັບກຳປູເຈຍລາດຕາເວັນ
(ພາບ: AFP-TTXVN)
(vovworld)- ວັນທີ 27/1, ເຈົ້າໜ້າທີ່ກະຊວງປ້ອງກັນປະເທດກຳປູເຈຍ ໄດ້ອອກສຽງກ່າວຫາພັກກູ້ຊາດກຳປູເຈຍ (CNRP) ໄດ້ມີເຈຕະນາຍູ້ປະເທດກຳປູເຈຍຕົກເຂົ້າສູ່ສະພາບຂາດສະຖຽນລະພາບ ແລະ ສັບສົນວຸ້ນວາຍ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Neang Phat ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ຖືວ່າ, ເລື່ອງ CNRP ບໍ່ຮັບຮູ້ການເຄື່ອນໄຫວຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ ແລະ ລັດຖະບານອາຍຸການທີ 5 ແມ່ນການກະທຳຕັ້ງໃຈກໍ່ໃຫ້ເກີດສະພາບຂາດສະຖຽນລະພາບທາງສັງຄົມ. ທ່ານ Neang Phat ໄດ້ຢ້ຳຄືນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຮຸນແຊນ ຮຽກຮ້ອງໃຫ້ບັນດາກຳລັງປະກອບອາວຸດກຳປູເຈຍ ຈົ່ງຮັກພັກດີປົກປ້ອງລັດຖະທຳມະນູນ, ກະສັດ ແລະ ລັດຖະບານ, ຮັບປະກັນບໍ່ໃຫ້ເກີດບໍ່ວ່າການກະທຳລະເມີດກົດໝາຍ, ຕ້ານທຳລາຍ ແລະ ກໍ່ຄວາມຂາດສະຖຽນລະພາບໃດໆ./.