ພັກ,ລັດຍາມໃດກໍຈົດຈຳບຸນຄຸນຂອງບັນດານັກຮົບປະຕິວັດຖືກຈຳຄຸກ

ພັກ,ລັດຍາມໃດກໍຈົດຈຳບຸນຄຸນຂອງບັນດານັກຮົບປະຕິວັດຖືກຈຳຄຸກ - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ​ ພົບ​ປະສັງ​ສັນ​ນັກ​ຮັບ​ປະຕິວັດ​

(vovworld) –​​ ຕອນ​ບ່າຍ​ວັນ​ທີ 27/8,  ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ​ ໄດ້ມີພົບ​ປະສັງ​ສັນ​ນັກ​ຮັບ​ປະຕິວັດ​ 100 ຄົນ​ທີ່ຖືກ​ສັດຕູ​ກັກ​ຂັງ, ຕາງໜ້າ​ໃຫ້​ນັກຮົບ​ປະຕິວັດນັບ​ພັນ​ຄົນຖືກ​ພວກສັດຕູ​ກັກ​ຂັງຂອງ​ນະຄອນ ຮ່າ​ໂນ້ຍ​ ໃນການ​ຕໍ່ສູ້ 2 ຄັ້ງ​ຕ້ານ​ລ່າ​ເມືອງ​ຂຶ້ນ​ ຝະຣັ່ງ ​ແລະ ​ຈັກກະພັດ ອາ​ເມ​ລິ​ກາ​ ກູ້​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກວ່າ: ພັກ ​ແລະ ລັດ​ບໍ່​ອາດ​ຫຼົງ​ລືມ​ການ​ປະກອບສ່ວນ​ອັນ​​ໃຫຍ່​ຫລວງ​ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ, ​ໃນ​ນັ້ນ ມີນັກ​ຮັບ​ປະຕິວັດ​ຖືກ​ພວກສັດຕູ​ຈັບ​ຕົວ​ກັກ​ຂັງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ພັກ ​ແລະ ລັດ ຍາມ​ໃດ​ກໍ​ຢືດໝັ້ນ​ຈຸດໝາຍ​ປົກ​ປັກ​ຮັກສາ​ເອກະລາດ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ; ຍູ້​ແຮງ​ວຽກ​ງານ​ຕ້ານການ​ເສື່ອ​ມທາດເສຍ​ຄຸນ, ການສໍ້​ລາດ​ບັງ​ຫຼວງ, ການຟຸມ​ເຟືອຍ…​ນຳ​ປະ​ເທດ​ຊາດ​ພັດທະນາ​ຢ່າງວ່ອງ​ໄວ ​ແລະ ຍືນ​ຍົງ, ສົມ​ກັບ​ການ​ເສຍສະຫຼະ​ຊີວິດຂອງ​ບັນດາ​ລຸ່ນ​ ​ກ່ອນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ປາດ​ຖະໜາ​ວ່າ ​ບັນດາ​ຜູ້​ແທນ​ສືບ​ຕໍ່​ເປັນ​ແບບຢ່າງ, ສຶກສາ​ມູນ​ເຊື້ອ​ໃຫ້​ລຸ່ນໜຸ່ມ​ປະຕິບັດ​ຕາມ.


ຂ່າວ/ບົດ​ອື່ນ