ພັກ,ລັດຍາມໃດກໍ່ຮູ້ບຸນ​ຄຸນຂອງພະນັກງານນັກຮົບໃນການຕໍ່ຕ້ານປົກປັກຮັກສາປະເທດຊາດ

ພັກ,ລັດຍາມໃດກໍ່ຮູ້ບຸນ​ຄຸນຂອງພະນັກງານນັກຮົບໃນການຕໍ່ຕ້ານປົກປັກຮັກສາປະເທດຊາດ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ
​ບັນດາ​ອະດີດ​ນັກຮົບ​ກອງ​ພົນ 313 ​ແລະ ກອງ​ພົນ 314)


(vovworld) - ທີ່​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ບັນດາ​ອະດີດ​ນັກຮົບ​ກອງ​ພົນ 313 ​ແລະ ກອງ​ພົນ 314 ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/7 ຢູ່​ຮ່າ​ໂນ້ຍນັ້ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ຢືນຢັນ​ວ່າ: ພັກ,ລັດ​ຍາມ​ໃດ​ກໍ່​ຮູ້​ບຸນ​​ຄຸນ​ອັນ​ໃຫຍ່​ຫຼວງ​ຂອງ​ພະນັກງານ​ນັກຮົບ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ສະ​ເໜີ​ບັນດາ​ອະດີດ​ນັກຮົບ​ຄວນ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ ​ເພື່ອ​ຊອກ​ຫາ​ອັດຖິ​ບັນດານັກຮົບ​ທີ່​​ໄດ້​ເສຍສະຫຼະ​ຊີວິດ​ໃນສະໜາມຮົບຕ່າງໆ​ມາ​ທ້ອນໂຮມ​ຢູ່​ສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ທ່ານ​ປະທານເນັ້ນ​ໜັກ​ວ່າ:

“ບັນດາ​ຜູ້​ທີ່​ມີ​ຕຳ​ແໜ່​ງ, ມີ​ສິດ​ອຳນາດ ​ແມ່ນ​ບໍ່​ໄດ້​ລືມ​ບັນດາ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ປະຫວັດສາດ 4000 ປີ ຂອງ​ຫວຽດນາມ​ແມ່ນ​ຄື​ແນວ​ນັ້ນ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ນີ້ຂອງ​ຊາດ. ທ່ານ​ປະທານ ​ໂຮ່ຈີ​ມິນ ເຄີຍ​ຕັກ​ເຕືອນ​ກ່ຽວ​ກັບ​ມູນ​ເຊື້ອ​ຕອບ​ບຸນ​ແທນ​ຄຸນ​ແລະ ພວກ​ເຮົາ​ຕ້ອງ​ປະຕິບັດ​ຕາມ​ຄຳ​ຕັກ​ເຕືອນ​ຂອງ​ເພິ່ນ​ເປັນ​ຢ່າງ​ດີ“.

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຫວັງ​ວ່າ​ບັນດາ​ນັກຮົບ​ເກົ່າ ກອງ​ພົນ 313 ​ແລະ ກອງ​ພົນ 314 ຈົ່ງ​ສື​ບຕໍ່​ຕັ້ງໜ້າ​ປະກອບ​ຄຳ​ເຫັນ ​ເພື່ອ​ແນ​ໃສ່​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ເອກະລາດ​ຂອງ​ຊາດ​​ໄວ້ຢ່າງ​ໝັ້ນຄົງ, ພ້ອມ​ທັງ​ຍົກ​ສູງ​ມູນ​ເຊື້ອ​ສຶກສາ​ຄວາມ​ຮັກ​ຕໍ່ປະ​ເທດ​ຊາດ​ໃຫ້​ແກ່​ລຸ້ນໜຸ່ມ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ