( vovworld ) – ຕາມໝາກຜົນທາງການໂດຍກະຊວງພາຍໃນຝຣັ່ງ ປະກາດນັ້ນ, ຜູ້ອອກສະໝັກຮັບເລືອກຕັ້ງ Francois Hollande ຂອງພັກສັງຄົມຍາດໄດ້ 28,2% ຈຳນວນບັດສະໜັບສະໜູນ ໃນຂະນະທີ່ ປະທານາທີບໍດີ ຝຣັ່ງ ຄົນປະຈຸບັນ Nicolas Sarkozy ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກຝ່າຍຂວາກຳອຳນາດພັນທະມິດເພື່ອຂະບວນການປະຊາຊົນ (UMP) ຕາມທິດທາງຮັກສາເດີມໄດ້ຮັບ 27% ຈຳນວນບັດເລືອກຕັ້ງໃນຮອບທຳອິດຂອງການເລືອກຕັ້ງປະທານາທິບໍດີ ຝຣັ່ງ. ຈຳນວນບັດສະໜັບສະໜູນທ່ານນາງ Marine Le Pen ການນຳພັກແນວໂຮມຝ່າຍຂວາແຫ່ງຊາດ ແລະ ທ່ານ Jean Luc Melenchon ການນຳພັກແນວໂຮມຝ່າຍຊ້າຍ, ທ່ານ Francois Bayrou ຕາມແນວທາງເປັນກາງ ແມ່ນ 18,6%; 10,9% ແລະ 9,2% ຕາມລຳດັບ. ຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານ ມີຈຳນວນບັດສະໜັບສະໜູນສູງກ່ວາໝູ່ ຄືທ່ານ Francois Hollande ແລະ ທ່ານ Nicolas Sarkozy ຈະກ້າວເຂົ້າສູ່ການເລືອກຕັ້ງຮອບທີ 2 ຊື່ງຄາດວ່າຈະດຳເນີນໄປໃນວັນທີ 6/5 ທີ່ຈະມາເຖິງ.