ພັກແລະລັດຕີລາຄາສູງການປະກອບສ່ວນຂອງນັກວິທະຍາສາດ,ນັກທຸລະກິດ

ພັກແລະລັດຕີລາຄາສູງການປະກອບສ່ວນຂອງນັກວິທະຍາສາດ,ນັກທຸລະກິດ - ảnh 1
ທ່ານ ອວງຈູ​ລື​ວ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ
(ພາບ: KT)

(vovworld) – “ພັກ ​ແລະ ລັດ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ບັນດາ​ນັກວິທະຍາສາດ, ນັກທຸລະກິດ, ວິ​ສາ​ຫະກິດ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ” ສິ່ງ​ດັ່ງກ່າວ ​​ໂດຍທ່ານ ອວງຈູ​ລື​ວ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເນັ້ນ​ໜັກ​ຢູ່​ທີ່ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ທີ່​ຕາງ​ໜ້າ​ໃຫ້​ບັນ​ດາ​ນັກ​ບໍລິຫານ​ດີ​ເດັ່ນ ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ບັນດາ​ນັກ​ຄຸ້ມ​ຄອງ​ທີ່ມີ​ການ​ປະກອບສ່ວນ​ຕັ້ງໜ້າ​ຫລາຍ​ຢ່າງ ​ໃຫ້ການ ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນຍຸກ​ສະ​ໄໝ​ປ່ຽນ​ໃໝ່ ຖືກ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 24/10 ຢູ່​ຮ່າ​ໂນ້ຍ. ທ່ານ ອວງຈູ​ລື​ວ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ບັນດາ​ຜູ້​ແທນ ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ບົດຮຽນ, ສະຕິ​ປັນຍາ​ຂອງ​ຕົນ ຈະ​ປະກອບບັນດາ​ຄຳ​ເຫັນ​ທີ່​ມີຄຸນ​ນະພາ​ບ ​ ​ເຂົ້າ​ໃນ​ຮ່າງ​ເອກ​ະສານ ​ເພື່ອ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ​ໃນ​ພາລະກິດ​ປ່ຽນ​ໃໝ່ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ: ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມການ​ພົບ​ປະ​ສັງ​ສັນ​ນີ້ ມີ​ບັນດາ​ບາດກ້າວ​ບຸກທະລຸ​ໃນການ​ຄົ້ນ​ຄ້ວາ, ໜູນ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ເຂົ້າ​ໃນການ​ຜະລິດ, ປະກອບສ່ວນ​ເຂົ້າ​​ໃນພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

 

ຂ່າວ/ບົດ​ອື່ນ