(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ຫາກໍ່ລົງນາມປະກາດໃຊ້ຂໍ້ຕົກລົງອະນຸຍາດໜ້າທີ່ດັດປັບການວາງແຜນກຳນົດລວມ ການກໍ່ສ້າງໂກນດາວ, ແຂວງບ່າເຣຍ - ຫວູງເຕົາຮອດປີ 2045.
ພາບປະກອບ: TTXVN |
ຕາມຂໍ້ຕົກລົງແລ້ວ, ຂອບເຂດການຄົ້ນຄ້ວາວາງແຜນກຳນົດລວມມີ ເຂດບໍລິຫານປົກຄອງເມືອງ ໂກນດາວ ທັງໝົດ, ລວມມີ: ເກາະໃຫຍ່ນ້ອຍ 16 ແຫ່ງ ດ້ວຍຂອບຂະໜາດປະມານ 75,78 km2...
ຂໍ້ຕົກລົງໄດ້ວາງເປົ້າໝາຍດັດປັບການວາງແຜນກຳນົດລວມກໍ່ສ້າງ ໂກນດາວ ໃຫ້ເໝາະສົມກັບການພັດທະນາການທ່ອງທ່ຽວ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນຄ່າຮ່ອງຮອຍປະຫວັດສາດ ລະດັບຊາດພິເສດ, ຂຸດຄົ້ນ ແລະ ປົກປັກຮັກສາເຂດ ປ່າສະຫງວນແຫ່ງຊາດ, ມຸ່ງໄປເຖິງການພັດທະນາ ໂກນດາວ ກາຍເປັນເຂດທ່ອງທ່ຽວທຳມະຊາດ ທະເລໝູ່ເກາະ ແລະ ວັດທະນະທຳ - ປະຫວັດສາດ - ຈິດວິນຍານທີ່ມີີຄຸນນະພາບສູງ, ພົ້ນເດັ່ນລະດັບພາກພື້ນ ແລະ ສາກົນ ດ້ວຍລະບົບພື້ນຖານວັດຖຸດ້ານເຕັກນິກແບບຄົບຊຸດ, ທັນສະໄໝ, ຜະລິດຕະພັນການທ່ອງທ່ຽວທີ່ມີເຄື່ອງໝາຍ, ກຳລັງແກ້ງແຍ້ງສູງ.
ພ້ອມກັນນັ້ນ, ດັດປັບການວາງແຜນກຳນົດລວມການກໍ່ສ້າງໂກນດາວ ເພື່ອ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງເຂດນະຄອນໂຮ່ຈີມິນ ແລະ ແຂວງບ່າເຣຍ - ຫວູງເຕົາ.