ພັດທະນາກະສິກຳແມ່ນບັນຫາຍຸດທະສາດ

ພັດທະນາກະສິກຳແມ່ນບັນຫາຍຸດທະສາດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ

(vovworld) – ວັນ​ທີ 3/4, ເມື່ອ​ເຂົ້າ​ຮ່ວມ ແລະ ມ​ອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ໃຫ້​ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ພັກ​, ລັດ ກຳ​ນົດ​ການ​ພັດ​ທະ​ນາ​ກະ​ສິ​ກຳ ແມ່ນ​ບັນ​ຫາ​ຍຸດ​ທະ​ສາດ, ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ, ສຶກ​ສາ, ບ​ຳ​ລຸງ​ສ້າງ​ພ້ອມ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ອັນ​ດັບ​ໜຶ່ງ; ບຳ​ລຸງ​ສ້າງ, ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແມ່ນ​ຂອດ​ບຸກ​ທະ​ລຸ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເໜີ​ວ່າ:

        “ສະ​ຖາ​ບັນ​ຕ້ອງຍ​ູ້​ແຮງ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ກ່​ວາ​ອີກ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ສູນ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ຊາດ, ສູ້​ຊົນ​ກາຍ​ເປັນ​ສູນ​ວິ​ທະ​ຍາ​ສາດ​ມີ​ອິດ​ທິ​ພົບ​ຊື່​ສຽງ​ຢູ່​ພາກ​ພື້ນ ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ຂົງ​ເຂດ​ກະ​ສິ​ກຳ, ປ່າ​ໄມ້, ການ​ປະ​ມົງ. ສະ​ຖາ​ບັນ​ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ສົ່ງ​ເສີມ, ເຊີດ​ຊູ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ຄູ​ອາ​ຈານ, ພະ​ນັກ​ງານ​ຄົ້ນ​ຄ້​ວາ, ນັກ​ສຳ​ມະ​ນາ​ກອນ​ ແລະ ນັກ​ສຶກ​ສາ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ຕິດ​ພັນ​ກັບ​ສະ​ພາບ​ການ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ຮັບ​ເອົາ ແລະ ນຳ​ໃຊ້​ບັນ​ດາ​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສະ​ໄໝໃນ​ໂລກ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”


ຂ່າວ/ບົດ​ອື່ນ