ພັດ​ທະ​ນາ​ນັກ​ທຸ​ລະ​ກິດ​ລຸ້ນ​ໜຸ່ມ​ທີ່​ມີ​ຈິນ​ຕະ​ນາ​ການ​ໃໝ່ - ການ​ກະ​ທຳ​ໃໝ່

(VOVWORLD) - ຈາກສະໂມສອນທີ່ມີສະມາຊິກ ບໍ່ຮອດ 30 ຄົນ ໃນຊຸມວັນທຳອິດແຫ່ງການກໍ່ສ້າງຂະບວນການເຊື່ອມຕໍ່ນັກທຸລະກິດ, ມາຮອດປັດຈຸບັນ ພາຍຫຼັງ 30 ປີ, ສະມາຄົມນັກທຸລະກິດ ໜຸ່ມ ຮ່າໂນ້ຍ ໄດ້ມີສະມາຊິກ່ວາ 3000 ຄົນ, ມີ 20 ສະໂມສອນ.
ພັດ​ທະ​ນາ​ນັກ​ທຸ​ລະ​ກິດ​ລຸ້ນ​ໜຸ່ມ​ທີ່​ມີ​ຈິນ​ຕະ​ນາ​ການ​ໃໝ່ - ການ​ກະ​ທຳ​ໃໝ່ - ảnh 1ເວທີປາໄສດ້ວຍຫົວຂໍ້ “ຈິນຕະນາການໃໝ່ - ການກະທຳໃໝ່”

ຕອນຄ່ຳວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ສະມາຄົມນັກທຸລະກິດໜຸ່ມ ຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີແຫ່ງວັນ ຂະບວນການນັກທຸລະກິດໜຸ່ມ ຮ່າໂນ້ຍ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນສອງ. ຈາກສະໂມສອນທີ່ມີສະມາຊິກ ບໍ່ຮອດ 30 ຄົນ ໃນຊຸມວັນທຳອິດແຫ່ງການກໍ່ສ້າງຂະບວນການເຊື່ອມຕໍ່ນັກທຸລະກິດ, ມາຮອດປັດຈຸບັນ ພາຍຫຼັງ 30 ປີ, ສະມາຄົມນັກທຸລະກິດ ໜຸ່ມ ຮ່າໂນ້ຍ ໄດ້ມີສະມາຊິກ່ວາ 3000 ຄົນ, ມີ 20 ສະໂມສອນ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ທ່ານເຈິ່ນດັງນາມ ປະທານສະມາຄົມນັກທຸລະກິດໜຸ່ມ ຮ່າໂນ້ຍ ເນັ້ນໜັກວ່າ:

ໃນໄລຍະປະຫວັດສາດ, ຫວຽດນາມ ໄດ້ສ້າງບັນດາໄຊຊະນະອັນສະຫງ່າລາສີ, ບັນດາໄຊຊະນະດັງກ້ອງກັງວານທົ່ວ 5 ທະວີບ. ປັດຈຸບັນ, ຖັນແຖວນັກທຸລະກິດຫວຽດນາມ ຂໍຮັບເອົາຄວາມຮັບຜິດຊອບ, ພາລະກຳຂອງຊາວຫວຽດນາມ ຍຸກສະໄໝໃໝ່. ນັ້ນແມ່ນ ຂຽນຊື່ຂອງບັນດາຍີ່ຫໍ້ ຫວຽດນາມ ບົນແຜນທີ່ດຳເນີນທຸລະກິດທົ່ວໂລກ. ນີ້ກໍ່ແມ່ນຄວາມໄຝ່ຝັນ, ແມ່ນກຳລັງໜູນເພື່ອໃຫ້ນັກທຸລະກິດລຸ້ນໜຸ່ມນະຄອນຫຼວງກ້າທີ່ຈະມຸ່ງມາດປາດຖະໜາພັດທະນາຢ່າງກ້າວໄກ, ບືນຕົວຂຶ້ນອອກສູ່ທະເລ.

ແລະກໍ່ໃນວັນດຽວກັນ, ສະມາຄົມນັກທຸລະກິດໜຸ່ມ ຮ່າໂນ້ຍ ໄດ້ຈັດເວທີປາໄສດ້ວຍຫົວຂໍ້ “ຈິນຕະນາການໃໝ່ - ການກະທຳໃໝ່”. ເວທີປາໄສໄດ້ຍົກອອກບັນດາມາດຕະການແກ້ໄຂ, ບົດຮຽນຈາກຮູບແບບດຳເນີນທຸລະກິດ, ທ່າອ່ຽງດຳເນີນທຸລະກິດໃໝ່, ວິທີການປ່ຽນແປງໃໝ່ການຄຸ້ມຄອງບໍລິຫານ... ຊ່ວຍໃຫ້ບັນດາວິສາຫະກິດກຳນົດທິດການພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ