ພັດທະ​ນາ​ພະລັງງານ​ໄຟຟ້າ​ແຮງ​ລົມ ​ຢູ່​ແຂວງ Ninh Thuan

ພັດທະ​ນາ​ພະລັງງານ​ໄຟຟ້າ​ແຮງ​ລົມ ​ຢູ່​ແຂວງ Ninh Thuan - ảnh 1
ແຂວງNinh Thuan

(ພາບ:vinabooking.vn)

( vovworld ) –  ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Ninh Thuan ສົມທົບ​ກັບກຸ່ມ​ບໍ​ລະ​ສັດ​ໄຟຟ້າ​ແຮງ​ລົມTimar ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ ​“ແນະນຳ ​ແລະ ຜັນ​ຂະຫຍາຍ​ເຕັກ​ໂນ​ໂລ​ຊີ​ຜະລິດ​ໄຟຟ້າ​ແຮງ​ລົມ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ໃໝ່ຂອງ Timar ຢູ່  Ninh Thuan ​ເມື່ອ​ວັນ​ທີ 14/5. ນະ​ທີ່​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລົງທຶນ. ຕາມ​ນັ້ນ​ແລ້ວ, ກຸ່ມ​ບໍ​ລະ​ສັດ​ໄຟຟ້າ​ແຮງ​ລົມ Timar ຈະ​ລົງທຶນ​ພັດທະນາ​ຂະ​ແໜງ​ພະລັງງານ​ໄຟຟ້າ​ແຮງ​ລົມດ້ວຍ​ເຕັກ​ໂນ​ໂລ​ຊີ​ໃໝ່​ຢູ່​ແຂວງ Ninh Thuan ດ້ວຍຍອດ​ຈຳນວນທຶນ​ປະທານ 800 ລ້ານ USD ຊື່​ງຄາດ​ວ່າຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ປີ 2012. ປະຈຸ​ບັນ,  ກຸ່ມ​ບໍ​ລະ​ສັດ​ໄຟຟ້າ​ແຮງ​ລົມ Timar  ພວມ​ຖືກຳມະສິດ​ເຕັກ​ໂນ​ໂລ​ຊີ​ໄຟຟ້າ​ແຮງ​ລົມ​ໃໝ່ທີ່​ມີ​ຈຸດ​ດີ​​ເດັ່ນຫຼາຍ​ຢ່າງ ​ເມື່ອ​ທຽບ​ກັບ​ເຕັກ​ໂນ​ໂລ​ຊີ​​ເດີມ, ນັ້ນ​ແມ່ນ​ເຕັກ​ໂນ​ໂລ​ຊີ​ໄຟຟ້າ​ແຮງ​ລົມ​ປະ​ເພດນຳ​ໃຊ້ tuabin Maglev ທີ່​ມີ​ສະມັດ​ຕະພາບ​ຜະລິດ​ໄຟຟ້າ​ຫຼາຍ​ກ່ວາ tuabin ​ແບບ​ເກົ່າ 20%,  ປະຢັດ​ຄ່າ​ໃຊ້​ຈາ​ຍ​ໃນ​ການ​ໃຊ້​ງານ​ໄດ້ 50% ຄ່າ​ໝູນ​ໃຊ້, ​ແລະ ​​ອຸປະກອນ​ນີ້ສາມາດ​ໃຊ້​ງານໄດ້​ໃນ​ເວລາ 500 ປີ.

 

 

 

 

 

ຂ່າວ/ບົດ​ອື່ນ