ພັດທະນາສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ

(VOVWORLD) -ຕອນຄ່ຳວັນທີ 24 ສິງຫາ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສະມາຄົມມິດຕະພາບລາວ - ຫວຽດນາມ ນຳໂດຍທ່ານ ວິໄລວົງ ບຸດດາຄຳ ປະທານສູນກາງ ສະມາຄົມມິດຕະພາບລາວ - ຫວຽດນາມ, ກໍາລັງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈິມິນ.

ພັດທະນາສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ - ảnh 1(ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈິມິນ

ຕ້ອນຮັບຄະນະຜູ້ແທນ ສະມາຄົມມິດຕະພາບລາວ - ຫວຽດນາມ)

ທ່ານ ເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍິນ ເນັ້ນໜັກວ່າສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຈາກການນຳພັກ, ລັດ, ປະຊາຊົນສອງຊາດ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າ, ທີ່ຢາກໃຫ້ປະຊາຊົນ ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດອະນຸລັກຮັກສາ, ເສີມຂະຫຍາຍໄປຊົ່ວກາລະນານ. ນະຄອນ ໂຮ່ຈິມິນ ຍາມໃດກໍ່ມານະພະຍາຍາມ ປະຕິບັດບັນດາການເຄື່ອນໄຫວຮ່ວມມືດ້ວຍຫຼາຍຮູບຫຼາຍແບບ, ແນໃສ່ຊຸກຍູ້ການພົວພັນມິດຕະພາບກັບລາວ.

ທ່ານ ວິໄລວົງ ບຸດດາຄຳ ຢັ້ງຢືນວ່າ ການພົວພັນຫວຽດນາມ - ລາວຈະໝັ້ນຄົງຂະໜົງແກ່ນ ແລະ ພັດທະນາຕະຫຼອດໄປ. ໃນໄລຍະທີ່ຈະມາເຖິງ ສະມາຄົມມິດຕະພາບລາວ - ຫວຽດນາມ ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື ກັບສະມາຄົມຫວຽດນາມ - ລາວ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືພົບປະມິດຕະພາບລະຫວ່າງປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບພິເສດ ລະຫວ່າງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ