ພັດທະນາແບບຍືນຍົງຂະແໜງຜະລິດເຂົ້າສານເປັນສິນຄ້າເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ພັດທະນາແບບຍືນຍົງຂະແໜງຜະລິດເຂົ້າສານເປັນສິນຄ້າເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1
ກອງ​ປະຊຸມ​ມາດ​ຕະການ​ແກ້​ໄຂ​ການ​ພັດ​ທະນາ​ແບບ​ຍືນ​ຍົງ​ຂະ​ແໜງ​
ຜະລິດ​ເຂົ້າສານ​ເປັນ​ສິນຄ້າ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາ​ງພາກ​ໃຕ້ ຫວຽດນາມ
(ພາບ: VGP)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/03, ທີ່​ນະຄອນ ລອງ​ຊວຽນ ​ແຂວງ ອານ​ຢາງ, ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​​ໄດ​້​ເປັນ​ປະທານ​ກອງ​ປະຊຸມ​ມາດ​ຕະການ​ແກ້​ໄຂ​ການ​ພັດ​ທະນາ​ແບບ​ຍືນ​ຍົງ​ຂະ​ແໜງ​ຜະລິດ​ເຂົ້າສານ​ເປັນ​ສິນຄ້າ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາ​ງພາກ​ໃຕ້ ຫວຽດນາມ. ກອງ​ປະຊຸມ ​ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ​ແຂວງ ອານ​ຢາງ ສົມທົບ​ກັນ​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ ​​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ຜະລິດ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຂະ​ແໜງ​ຜະລິດ​ເຂົ້າສານ​ເປັນ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ຢາກ​​ໃຫ້ບັນດາ​ນັກວິ​ທະຍາ​ສາດ, ນັກ​ຄຸ້ມ​ຄອງ, ບັນດາ​ວິ​ສາ​ຫະກິດ​ປະກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ເພື່ອ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ເຂົ້າສານ ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ​ຂະ​ແໜງ​ຜະລິດ​​ເຂົ້າສານ​ເປັນ​ສິນຄ້າ. ທ່ານ​ນາຍົກ​ລັດຖະມົນຕີ​ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ

        “ພວກ​ເຮົາ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ເຂົ້າສານ ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ. ກະສິກຳ ຫວຽດນາມ ຮັບປະກັນສຸຂະ​ອະນາ​ໄມ​ດ້ານ​ສະບຽງອາຫານ. ປ່ຽນ​ໃໝ່ຈິນຕະນາການປະລິມານ​ການ​ຜະລິດ​ຂອງ​ປີໜ້າ​ສູງ​ກ່ວາ​​ປີ​ກ່ອນ ​ແຕ່​ມູນ​ຄ່າ, ປະສິດທິ​ຜົນ​ຕ່ຳ, ບໍ່​ມີ​ເຄື່ອງໝາຍ​ການ​ຄ້າ. ຈິ​ດ​ໃຈ​ແມ່ນ​ບັນ​ຫາ​ເຄື່ອງໝາຍ​ການ​ຄ້າ, ຄຸນ​ມະ​ພາບ. ສຸ​ຂະ​ອະນາ​ໄມ​ດ້ານ​ສະບຽງອາຫານ”.

        ທ່ານ​ນາຍົກລັດຖະມົນຕີຊົມ​ເຊີຍ​ກະຊວງ​ອຸດສາຫະກຳ-​ການ​ຄ້າ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດປະລະ​ແຜນກຳນົດ​ບັນດາ​ວິ​ສາ​ຫະກິດ​ເອກະ​ຊົນ​ເຂົ້າ​ຮ່ວມ​ການ​ສົ່ງ​ອອກ​ເຂົ້າສານ. ຄຽງ​ຂ້າງນັ້ນ ທ່ານນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ເຈາະ​ຈີ້ມສ້າງ​ແຫຼ່ງທຶນ​ໄລຍະ​ກາງ, ​ໄລຍະ​ຍາວ ດ້ວຍອັດຕາ​ດອກ​ເບ້ຍ​ບຸລິມະ​ສິດ​ໃຫ້​ນັກ​ຜະລິດ​, ປຸງ​ແຕ່ງ​ເຂົ້າສານ​ເພື່ອ​ສົ່ງອອກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ