ພາບປະກອບ:internet
|
(vovworld)- ໃນ ວັນທີ 7-8/12, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມີນ ໄດ້ສົມທົບກັບສູນບຳລຸງສ້າງຄຸ້ມຄອງທີ່ກ້າວຫນ້າໄດ້ຈັດຕັ້ງເວທີປາໄສນະໂຍບາຍປະຈຳປີຄັ້ງທີ 2 ດ້ວຍຫົວຂໍ້ “ຫັນການສຶກສາຊັ້ນວິທະຍາໄລຢູ່ຫວຽດນາມ ເປັນທັນສະໄຫມ”. ເວທີປາໄສເພື່ອແລກປ່ຽນບັນດາບັນຫາຈຸດສຸມໃນການສຶກສາ ແລະ ບຳລຸງສ້າງ. ທີ່ເວທີປາໄສ, ບັນດາຜູ້ແທນກໍໄດ້ແລກປ່ຽນບັນດາບັນຫາກ່ຽວກັບການຮ່ວມມືລະຫວ່າງວິສາຫະກິດ ແລະ ນັກສຶກສາ, ຫັນບັນດາໂຄງການສຶກສາ ແລະ ໝາກຜົນການຄົ້ນຄ້ວາຂອງນັກສຶກສາເປັນບັນຫາການຄ້າ, ວິທີສ້າງເຄື່ອງໝາຍໃຫ້ແກ່ໂຮງຮຽນ…
ເວທີປາໄສນະໂຍບາຍແມ່ນຫນຶ່ງໃນບັນດາການເຄື່ອນໄຫວສຳຄັນໃນໂຄງການທັກສະອາຊີບຫວຽດນາມ, ຊື່ງແມ່ນໂຄງການໂດຍລັດຖະບານ ການາດາ ອຸປະຖຳ, ເລີ່ມປະຕິບັດແຕ່ປີ 2014.ໂຄງການດັ່ງກ່າວແມ່ນເພື່ອແນໃສ່ຫນູນຊ່ວຍບັນດາວິທະຍາໄລຢູ່ຫວຽດນາມ ພັດທະນາບັນດາລາຍການສຶກສາເຕັກນິກ ແລະ ສອນວິຊາຊີບ, ຕອບສະຫນອງຄວາມຕ້ອງການການເຕີບໂຕຂອງພື້ນຖານເສດຖະກິດແຫ່ງຊາດໃຫ້ດີກວ່າ.