(vovworld) - ກ່າວຄຳເຫັນທີ່ພິທີຊັກທຸງ ແລະ ສະເຫຼີມສະຫຼອງ 20 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (28/07/1995 – 18/07/2015), ຢູ່ນະຄອນໂຮ່ຈິມິນ, ທ່ານເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເນັ້ນໜັກວ່າ: ກວ່າ 20 ປີຜ່ານມາ, ຍາມໃດອາຊຽນ ກໍແມ່ນບຸລິມະສິດອັນດັບໜຶ່ງຂອງຫວຽດນາມ ໃນນະໂຍບາຍການຕ່າງປະເທດ ແລະ ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ. ດ້ວຍບົດບາດແມ່ນຕົວເມືອງພິເສດ, ໃຈກາງເສດຖະກິດ, ວັດທະນະທຳຂອງທົ່ວປະເທດ, ນະຄອນໂຮ່ຈິມິນ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມສຳພັນກັບບັນດາປະເທດໃນກຸ່ມອາຊຽນ ຢ່າງມີປະສິດທິຜົນ. ປະຈຸບັນ, ນະຄອນໂຮ່ຈິມິນ ມີ 1.100 ໂຄງການລົງທຶນຂອງບັນດາວິສາຫິດໃນກຸ່ມອາຊຽນ ດ້ວຍຍອດຈຳນວນເງິນລົງທຶນ 15 ຕື້ USD. ນອກນັ້ນ, ນະຄອນ ຍັງຈັດການເຄື່ອນໄຫວເຊື່ອມຕໍ່ໃນຫຼາຍຂົງເຂດ, ພ້ອມກັນແບ່ງປັນບົດຮຽນກັບບັນດາປະເທດໃນພາກພື້ນ.
ຕາງໜ້າໃຫ້ຫົວໜ້າກົງສູນໃຫຍ່ບັນດາປະເທດໃນກຸ່ມອາຊຽນ, ທ່ານ Sofia Akmalabd Karim, ຫົວໜ້າກົງສູນໃຫຍ່ມາເລເຊຍ ປະຈຳນະຄອນໂຮ່ຈິມິນ ເນັ້ນໜັກວ່າ: ເລື່ອງສ້າງຕັ້ງປະຊາຄົມອາຊຽນ ແມ່ນໜ້າທີ່ອັນໃຫຍ່ຫຼວງ. ເລື່ອງສ້າງຕັ້ງປະຊາຄົມອາຊຽນບໍ່ແມ່ນສຸດທ້າຍ, ຫາກແມ່ນວິວັດການຕໍ່ເນື່ອງ, ຮຽກຮ້ອງຕ້ອງມີຄວາມເຫັນດີເຫັນພ້ອມຈາກປະຊາຊົນທຸກຊັ້ນວັນນະຂອງບັນດາປະເທດສະມາຊິກ.