ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມສິງກະໂປ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ພ້ອມກັນດຳເນີນການເຈລະຈາ

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມສິງກະໂປ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກແລະທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງທີ່ພິທີຕ້ອນຮັບ

(ພາບ: VOV)

ເວລາ 15 ໂມງ 30 ນາທີ ຂອງຕອນບ່າຍວັນທີ 25 ເມສາ ຕາມເວລາທ້ອງຖິ່ນ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ດຳເນີນຢູ່ວັງ Istana, ສຳນັກງານແຫ່ງລັດ ແລະ ລັດຖະບານສິງກະໂປຂຶ້ນ ຢ່າງສົມກຽດ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ແລະພັນລະຍາ.

        ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ພ້ອມກັນດຳເນີນການເຈລະຈາ. ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ພ້ອມກັນເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານກ່ຽວກັບການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດໃນບັນດາຂົງເຂດ ຄື: ຊັບພະຍາກອນ ແລະ ສິ່ງແວດລ້ອມ, ທະນາຄານ, ພະລັງງານ ແລະ ວິທະຍາສາດເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ