ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງ​ເປັນ​ທາງ​ການ ແລະ ດຳເນີນການພົບປະເຈລະຈາ​ຂັ້ນ​ສູງ

(VOVWORLD) - ຄະນະຜູ້ແທນຂັ້ນສູງຂອງ 2 ປະເທດດຳເນີນການພົບປະເຈລະຈາ ເພື່ອປຶກສາຫາລື, ຕີລາຄາກ່ຽວກັບຜົນງານທີ່ບັນລຸໄດ້, ໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຸຍບາ ໃນໄລຍະຜ່ານມາ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງ​ເປັນ​ທາງ​ການ ແລະ ດຳເນີນການພົບປະເຈລະຈາ​ຂັ້ນ​ສູງ - ảnh 1(ທີ່ການພົບປະເຈລະຈາ)

        ຕອນຄ່ຳວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຈັດຂຶ້ນເປັນທາງການຢ່າງສົມກຽດຢູ່ຫໍປະຕິວັດ, ນະຄອນຫຼວງ ລາຮາບານາ, ພາຍໃຕ້ການເປັນປະທານຂອງທ່ານເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດແຫ່ງ ສ.ກຸຍບາ Miguel Díaz-Canel Bermudez. ພິທີໄດ້ຈັດຂຶ້ນຢ່າງສົມກຽດຕາມພິທີການສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ.

        ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ກຸຍບາ Miguel Díaz-Canel Bermudez ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງ 2 ປະເທດດຳເນີນການພົບປະເຈລະຈາ ເພື່ອປຶກສາຫາລື, ຕີລາຄາກ່ຽວກັບຜົນງານທີ່ບັນລຸໄດ້, ໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຸຍບາ ໃນໄລຍະຜ່ານມາ ແລະ ຍົກອອກບັນດາທິດທາງເພີ່ມທະວີ, ຍົກສູງປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ, ນຳການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ກຸຍບາ ກ້າວເຂົ້າສູ່ໄລຍະໃໝ່, ນັບມື້ນັບພັດທະນາຢ່າງແທດຈິງ ແລະ ໝັ້ນຄົງໜັກແໜ້ນ.

        ການນຳ 2 ທ່ານເຫັນດີນຳກັນໂດຍຖືວ່າ, ການພົວພັນລະຫວ່າງ 2 ພັກແມ່ນພື້ນຖານການເມືອງກຳນົດທິດຍຸດທະສາດໃຫ້ແກ່ການພົວພັນ 2 ຝ່າຍໃນບັນດາຂົງເຂດ. ຕາມນັ້ນແລ້ວ, ການນຳ 2 ຝ່າຍໄດ້ເປັນເອກະພາບເພີ່ມທະວີການຮ່ວມມື, ແລກປ່ຽນລະຫວ່າງບັນດາຄະນະ, ອົງການທີ່ປຶກສາຂອງ 2 ພັກໃນການແລກປ່ຽນ, ແບ່ງປັນບົດຮຽນ, ທິດສະດີສ້າງສັງຄົມນິຍົມ, ກໍ່ສ້າງພັກ.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, 2 ຝ່າຍເຫັນດີເປັນຢ່າງສູງ ພ້ອມກັນຄົ້ນຄວ້າບັນດາທິດທາງຮ່ວມມືໃໝ່, ເສີມຂະຫຍາຍສັນຍາການຄ້າລະຫວ່າງ 2 ປະເທດ ເພື່ອແນໃສ່ຍົກວົງເງິນການຄ້າໃຫ້ຂຶ້ນເປັນ 500 ລ້ານ USD ໃນຮອບເວລາ 5 ປີຈະມາເຖິງ, ສ້າງເງື່ອນໄຂຈຳເປັນໃຫ້ແກ່ການເຄື່ອນໄຫວທຸລະກິດແບບຍືນຍົງຂອງວິສາຫະກິດ ຫວຽດນາມ ຢູ່ ກຸຍບາ, ສອດຄ່ອງກັບນະໂຍບາຍດຶງດູດການລົງທຶນເພື່ອພັດທະນາເສດຖະກິດ ກຸຍບາ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານເລຂາທີໜຶ່ງ, ປະທານປະເທດ ກຸຍບາ Miguel Díaz Canel Bermudez ເຫັນດີສືບຕໍ່ຕັ້ງໜ້າໜູນຊ່ວຍ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສສາກົນ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ແຈ້ງໃຫ້ຊາບເລື່ອງ ຫວຽດນາມ ມອບເຂົ້າສານ 10.000 ໂຕນໃຫ້ປະຊາຊົນ ກຸຍບາ; ສູນກາງພັກກອມມູນິດ ຫວຽດນາມ ມອບຄອມພິວເຕີ 500 ຊຸດໃຫ້ສູນກາງພັກກອມມູນິດ ກຸຍບາ; ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ບາງທ້ອງຖິ່ນຂອງ ຫວຽດນາມ ມອບຂວັນຈຳນວນໜຶ່ງໃຫ້ສູນກາງຜູ້ອອກແຮງງານ ແລະ ປະຊາຊົນ ກຸຍບາ.

ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງ​ເປັນ​ທາງ​ການ ແລະ ດຳເນີນການພົບປະເຈລະຈາ​ຂັ້ນ​ສູງ - ảnh 2(ພິທີປະດັບຫຼຽນໄຊ Jose Marti ໃຫ້ແກ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ)

        ຕອນຄ່ຳວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ຫໍປະຕິວັດ, ທີ່ນະຄອນຫຫຼວງ ລາຮາບານາ, ພາຍຫຼັງສິ້ນສຸດການເຈລະຈາຂັ້ນສູງ, ທ່ານເລຂາທີໜຶ່ງ, ປະທານປະເທດ ກຸຍບາ Miguel Díaz Canel Bermudez ໄດ້ເປັນປະທານພິທີປະດັບຫຼຽນໄຊ Jose Marti ໃຫ້ແກ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ. ນີ້ແມ່ນຂອງຂວັນອັນສູງສົ່ງທີ່ສຸດຂອງພັກ ແລະ ລັດ ກຸຍບາ ເພື່ອຮັບຮູ້ບັນດາການປະກອບສ່ວນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າໃນການພັດທະນາສາຍພົວພັນສາມັກຄີ, ມິດຕະພາບ, ສັດຊື່ບໍລິສຸດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກຸຍບາ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ໃຫ້ຮູ້ວ່າ:

        “ຫວຽດນາມ ປາດຖະໜາຢາກຍົກສູງປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກຸຍບາ ຢ່າງຈິງໃຈ ສອດຄ່ອງກັບມູນເຊື້ອອັນດີງາມ, ສະຫງ່າອົງອາດຂອງການພົວພັນ 2 ປະເທດ. ຫວຽດນາມ ເຄົາລົບຈິດໃຈເຊິ່ງບັນດາການນຳ ກຸຍບາ ໄດ້ຍົກອອກມາ ແມ່ນພ້ອມກັບ ຫວຽດນາມ ຫັນໄປສູ່ໄລຍະຮ່ວມມືໃໝ່, ຮ່ວມເດີນທາງກັບ ຫວຽດນາມ ເພື່ອພ້ອມກັບພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ