ພິທີຕ້ອນຮັບນາຍົກລັດຖະມົນຕີສາທາລະນະລັດVanuatu ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ

ພິທີຕ້ອນຮັບນາຍົກລັດຖະມົນຕີສາທາລະນະລັດVanuatu ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານນາຍົກລັດຖະມົນຕີສາທາລະນະລັດ Vanuatu Joe Natuman

(vovworld)​ ​- ​ ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີລັດຖະບານ ຫງວຽນເຕີ໋ນຢຸ້ງ, ທ່ານນາຍົກລັດຖະມົນຕີສາທາລະນະລັດ Vanuatu Joe Natuman ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 5-9/10/2014.

        ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ Vanuatu Joe Natuman ຢ່າງເປັນທາງການໄດ້ດຳເນີນໃນຕອນເຊົ້າວັນທີ 6/10 ຢ່າງສົມກຽດ, ທີ່ສຳນັກງານປະທານປະເທດຢູ່ນະຄອນຫຼວງຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ Joe Natuman ໄດ້ເຈລະຈາກັບທ່ານນາຍົກ ລັດຖະມົນຕີ ຫງວຽນເຕີ໋ນຢຸ້ງ, ປຶກສາຫາລືກ່ຽວກັບເພີ່ມທະວີການຮ່ວມມື ລະຫວ່າງ 2 ປະເທດ. ຕໍ່ຈາກນັ້ນ, ນາຍົກລັດຖະມົນຕີ 2 ທ່ານ ກໍ່ເປັນ ຈັກຂີພິຍານພິທີລົງນາມ ໃນເອກະສານຈຳນວນໜຶ່ງກ່ຽວກັບການຮ່ວມມື.

   ແລະໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີສາທາລະນະລັດ Vanuatu Joe Natuman ໄດ້ເຂົ້າຢ້ຽມຂຳ່ນັບທ່ານປະທານປະເທດ ເຈືອງເຕີ໋ນຊາງ.

    ໃນຂອບເຂດການຢ້ຽມຢາມ ຫວຽດນາມ ວັນທີ 6/10 ນີ້, ທ່ານນາຍົກລັດ ຖະມົນຕີ Joe Natuman ຢ້ຽມຢາມຫ້ອງການຕາງໜ້າອົງການສາກົນ ໃຊ້ພາສາຝຣ່ັງ (OIF) ຢູ່ຮ່າໂນ້ຍ ແລະ ຢ້ຽມຢາມ ວັນມ໋ຽວ-ກ໋ວກຕືຢ໋າມ ຊຶ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມ.

        ເນື່ອງໃນໂອກາດນີ້, ພາຍຫຼັງລາຍການຂ່າວ, ນັກຂ່າວວິທະຍຸກະຈ່າຍສຽງ ຫວຽດນາມມີບົດຂຽນ ດ້ວຍຫົວຂໍ້ວ່າ: “ ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ ຫວຽດນາມ-Vanuatu ”. ເຊີນທ່ານຕິດຕາມຮັບຟັງ.

 

ຂ່າວ/ບົດ​ອື່ນ