(ພາບປະກອບ)
(vovworld) - ວັນທີ 09/04, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ໄດ້ຈັດຕັ້ງພິທີບູຊາເຈົ້າຊີວິດຮຸ່ງ. ນີ້ແມ່ນຄັ້ງທຳອິດທີ່ພິທີບູຊາເຈົ້າຊີວິດຮຸ່ງ ໄດ້ຮັບການຈັດຕັ້ງຢູ່ນະຄອນຫລວງ Berlin. ເຂົ້າຮ່ວມພິທີບູຊາເຈົ້າຊີວິດຮຸ່ງ ມີຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ, ຜູ້ຕາງໜ້າທີ່ມາຈາກກ່ວາ 20 ຄະນະ, ວົງການພຸດທະສາສະນິກກະຊົນ, ວິສາຫະກິດ ພ້ອມກັບຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ປະມານ 300 ຄົນ. ພິທີບູຊາເຈົ້າຊີວິດຮຸ່ງ ໄດ້ສ້າງຄວາມປະທັບໃຈຫລາຍຢ່າງ ດ້ວຍບັນດາພິທີທີ່ເປັນມູນເຊື້ອ, ໃນນັ້ນມີຮູບສັນຍາລັກຂອງເຈົ້າຊີວິດຮຸ່ງ 18 ສະໄໝ, ພິທີຖະຫວາຍທູບທຽນ, ອາໄລຫາບຸນຄຸນ ແລະ ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບປະຊາຊົນມີຄວາມສັນຕິສຸກ. ພາຍຫລັງພິທີບູຊາແມ່ນງານບູນ ດ້ວຍບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ ແລະ ແນະນຳເຍື່ອງອາຫານ ຫວຽດນາມ.