ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນແທນເຊີນ ກ່າວຄຳເຫັນນະພິທີ
ບວດພະແກ້ວ
|
(vov) - ວັນທີ 29/2, ພະມະຫາອາຈານ ທິກເຟຶອກເດື່ອງ ເຈົ້າອາວາດວັດ ຈຸກເລີມ ຢູ່ ນະຄອນ Villebon sur Yvette ທາງທິດໃຕ້ ຊານນະຄອນຫລວງ ປາຣີ ໄດ້ຈັດຕັ້ງ
ພິທີບວດພະແກ້ວໃຫຍ່ສຸດຢູ່ຝລັ່ງ ໂດຍແມ່ນສາສະນິກະຊົນ ດັ້ງທິບີກຮ່ວາ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນໄປສະນີດ່ວນຫວຽດນາມ ເຄນຖະຫວາຍໃຫ້ແກ່ວັດຈຸກເລີມ. ພະແກ້ວມີຄວາມສູງເກືອບ 1 ແມດ, ຫນັກ 270 ກິໂລກາມ ເຊິ່ງເປັນແກ້ວມະນີທີ່ຫາຍາກ. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນແທນເຊີນ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເວົ້າວ່າ:
“ການມີຫນ້າຂອງພວກທ່ານ ແລະ ເພື່ອນມິດຢູ່ທຸກແຫ່ງ ເພື່ອເຫັນປະຈັກຕາພິທີບວດພະແກ້ວເປັນຄັ້ງທຳອິດ ຢູ່ ປາຣີ ແມ່ນສະແດງໃຫ້ເຫັນຄວາມສາມັກຄີ, ສະຫນິດຕິດພັນ ລະຫວ່າງປະຊາຊົນຢູ່ພາຍໃນປະເທດ ກັບພໍ່ແມ່ປະຊາຊົນຢູ່ ປາຣີ, ຝລັ່ງ ແລະ ໃນທົ່ວໂລກ. ວັດຈຸກເລີມຈະກາຍເປັນສະຖານທີ່ເຕົ້າໂຮມ ບໍ່ພຽງແຕ່ສຳລັບພຸດທະສາສະນິກະຊົນຊາວຫວຽດນາມ ອາໄສຢູ່ຝລັ່ງ, ຢູ່ປາຣີ ເທົ່ານັ້ນ ຫາກພຸດທະສາສະນິກະຊົນຈາກຫລາຍປະເທດຈະມາຍັງແຫ່ງນີ້ເພື່ອນົບໄຫວ້ພະແກ້ວ, ພາວະນາໃຫ້ປະຊາຊົນມີຄວາມສະຫງົບສຸກປະເທດຊາດພັດທະນາ, ສັນຕິພາບ, ມວນມະນຸດມີຄວາມວັດທະນາຖາວອນ ແລະເພື່ອ ຄວາມສາມັກຄີລະຫວ່າງສອງປະເທດຫວຽດນາມ ແລະ ຝລັ່ງ.
ນັກຂ່າວ vov ປະຈຳຝລັ່ງ