ພິທີປຸກລະດົມລະດັບຊາດວັນສິ່ງແວດລ້ອມໂລກ: ພຽງແຕ່ໜ່ວຍໂລກດຽວ

(VOVWORLD) -ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ເມືອງ ຕຽນອຽນ, ແຂວງ ກວາງນິງ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວາງນິງ ຈັດຕັ້ງພິທີພິທີປຸກລະດົມລະດັບຊາດ ຕອບສະໜອງ ວັນຊີວະນາໆພັນສາກົນ (22 ພຶດສະພາ) ; ວັນສິ່ງແວດລ້ອມໂລກ (5 ມິຖຸນາ) ແລະ ເດືອນກະທຳ ເພື່ອສິ່ງແວດລ້ອມ 2022
ພິທີປຸກລະດົມລະດັບຊາດວັນສິ່ງແວດລ້ອມໂລກ: ພຽງແຕ່ໜ່ວຍໂລກດຽວ - ảnh 1ພິທີພິທີປຸກລະດົມ ວັນຊີວະນາໆພັນສາກົນ  ; ວັນສິ່ງແວດລ້ອມໂລກ  ແລະ ເດືອນກະທຳ ເພື່ອສິ່ງແວດລ້ອມ 2022

      ທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:

   “ບັນດາແຜນນະໂຍບາຍແລະ ຄຳໝັ້ນສັນຍາ ທາງການເມືອງ ໄດ້ ແລະ ພວມສືບຕໍ່ຖືກຫັນເປັນລະບອບລະບຽບການ. ພິເສດ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ 2020 ໄດ້ຮັບການປະຕິບັດແຕ່ວັນທີ 1 ມັງກອນ 2022 ດ້ວຍຫຼາຍນະໂຍບາຍ ແລະ ວິທີການແກ້ໄຂທີ່ມີລັກສະນະບຸກທະລຸ, ຊຶ່ງເປັນຂີດໝາຍ ໄລຍະຫັນປ່ຽນຢ່າງແຂງແຮງໃນການປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາຊີວະນາໆພັນ ແລະ ການພັດທະນາເສດຖະກິດແບບຍືນຍົງ. ໃນນັ້ນ, ວິສາຫະກິດ ແລະປະຊາຊົນມີບົດບາດໃຈກາງ"

ຕອບກັບ

ຂ່າວ/ບົດ​ອື່ນ