ພິທີປິດກອງປະຊຸມລັດຖະມົນຕີວ່າການກະຊວງການເງິນແລະຜູ້ວ່າການທະນາຄານສູນກາງASEAN


ພິທີປິດກອງປະຊຸມລັດຖະມົນຕີວ່າການກະຊວງການເງິນແລະຜູ້ວ່າການທະນາຄານສູນກາງASEAN - ảnh 1
(ກອງ​ປະ​ຊຸມ ລັ​ດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ແລະ
ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ASEAN ຄັ້ງ​ທີ 2)

(vovworld) – ໃນ​ໄລ​ຍະ​ສອງວັນຄື ວັນ​ທີ 3 ແລະ 4/4 ທີ່​ນະ​ຄອນຫຼວງວຽງ​ຈັນ, ລາວ ໄດ້​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ ລັ​ດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ASEAN ຄັ້ງ​ທີ 20 (AFMM20), ກອງ​ປະ​ຊຸມ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ASEAN ຄັ້ງ​ທີ 12 ແລະ ກອງ​ປະ​ຊຸມ ລັ​ດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ASEAN ຄັ້ງ​ທີ 2 (AFCGM 2). ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ ຢັ້ງ​ຢື​ນ​​​ຄືນ​ໃໝ່ຄຳ​ໝັ້ນ​ສັນ​ຍາ ​ປະ​ຕິ​ບັດ​ບັນ​ດານະ​ໂຍ​ບາຍ​ເງິນ​ຕາ, ນະ​ໂຍ​ບາຍ​ບັນ​ຊີ ແລະ ບັນ​ດາ​ມາດ​ຕະ​ການ​ ນະ​ໂຍ​ບາຍ​ລະ​ມັດ​ລະ​ວັງ​ອື່ນໆ ເພື່ອ ຮັກ​ສາ​ການ​ຈະ​ເລີນ​ເຕີບ​ໂຕ​​ເສດ​ຖະ​ກິດ ແລະ ສະ​ຖຽນ​ລະ​ພາບ​ດ້ານ​ການ​ເງິນ, ເສດ​ຖະ​ກິດ​ມະ​ຫາ​ພາ​ກ, ໃນ​ນັ້ນ, ການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່  ຍ​ັງ​​​ຄົງ​ແມ່ນບູ​ລິ​ມະ​ສິດ​ຂອງ​ພາກ​ພື້ນ. ບັນ​ດາ ລັ​ດ​ຖະ​ມົນ​ຕີ​ວ່າ​ການ ເຫັນ​ດີ​ເປ​ັນ​ເອ​ກະ​ພາບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຂໍ​້ລິ​ເລີ່ມ​ໃນ​ການ​ເຊື່ອມ​ໂຍງ, ເພື່ອ​ຮັກ​ສ​າ​ການ​ພັດ​ທະ​ນາ​ຄວາມ​ໝັ້ນ​ຄົງ​ຂອງ ພາກ​ພື້ນ ASEAN. ກອງ​ປະ​ຊຸມ​ເຫັນ​ດີ​ເປັນ​ເອ​ກະ​ພາບ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ASEAN (AFMIS) ຄັ້ງທີ 11 ໃນ​ປີ 2016 ເພື່ອ​ໂຄສະ​ນາ​ ASEAN ​ເປັນສະ​ຖານ​ທີ່ລົງ​ທຶນ​​ທີ່​ດູດ​ດື່ມ.

ຂ່າວ/ບົດ​ອື່ນ