ພິທີປິດງານບຸນວັດທະນະທຳແຜ່ນແພພື້ນເມືອງ ຫວຽດນາມ ຄັ້ງທີ 1

(VOVWORLD) -ງານບຸນວັດທະນະທຳ ແຜ່ນແພພື້ນເມືອງ ຫວຽດນາມ ຄັ້ງທີ 1 ໄດ້ສ້າງເງື່ອນໄຂອັນສະດວກໃຫ້ແກ່ນັກສິລະປະກອນ, ສິລະປິນ, ນັກສະແດງ ບັນດາຊົນເຜົ່າສ່ວນໜ້ອຍທົ່ວປະເທດ ມີໂອກາດພົບປະແລກປ່ຽນ, ຮຽນຮູ້ປະສົບການເຊິ່ງກັນ ແລະ ກັນ...

ພາຍຫຼັງດຳເນີນມາເປັນເວລາ 3 ວັນ, ໃນຕອນຄ່ຳວັນທີ 16 ມັງກອນ, ທີ່ຕາແສງ ຢາເຫັງຍ, ແຂວງ ດັ໊ກນົງ, ງານບຸນວັດທະນະທຳແຜ່ນແພພື້ນເມືອງ ຫວຽດນາມ ຄັ້ງທີ 1 ດ້ວຍຫົວຂໍ້: “ວັດທະນະທຳແຜ່ນແພພື້ນເມືອງ - ເຕົ້າໂຮມສິ່ງຍອດຍິ່ງ” ໄດ້ປິດລົງຢ່າງເປັນທາງການ.

ພິທີປິດງານບຸນວັດທະນະທຳແຜ່ນແພພື້ນເມືອງ ຫວຽດນາມ ຄັ້ງທີ 1 - ảnh 1 ການສະແດງສິລະປະຢູ່ພິທີປິດງານບຸນ

ງານບຸນໄດ້ຈັດຕັ້ງປະສົບຜົນສຳເລັດຢ່າງຈົບງາມ, ດ້ວຍບັນດາການເຄື່ອນໄຫວທີ່ຫຼາກຫຼາຍ, ອຸດົມສົມບູນ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາ, ຟື້ນຟູ ແລະ ເສີມຂະຫຍາຍ ສີສັນວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າສ່ວນໜ້ອຍ ຫວຽດນາມ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ ແລະ ການພັດທະນາ.

ກ່າວຄຳເຫັນປິດງານບຸນ, ທ່ານນາງ ໂຕນທິງອັກແຮ້ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ດັ້ກນົງ, ຫົວໜ້າຄະນະຈັດຕັ້ງງານບຸນ ເນັ້ນໜັກວ່າ:

“ງານບຸນວັດທະນະທຳ ແຜ່ນແພພື້ນເມືອງ ຫວຽດນາມ ຄັ້ງທີ 1 ໄດ້ສ້າງເງື່ອນໄຂອັນສະດວກໃຫ້ແກ່ນັກສິລະປະກອນ, ສິລະປິນ, ນັກສະແດງ ບັນດາຊົນເຜົ່າສ່ວນໜ້ອຍທົ່ວປະເທດ ມີໂອກາດພົບປະແລກປ່ຽນ, ຮຽນຮູ້ປະສົບການເຊິ່ງກັນ ແລະ ກັນ ເພື່ອແນໃສ່ຮັດແໜ້ນຄວາມສາມັກຄີ, ໃກ້ຊິດສະໜິດແໜ້ນ. ພິເສດ, ງານບຸນແມ່ນເປັນຂົວຕໍ່ໃຫ້ນັກສິລະປະກອນ ໄດ້ພົບປະກັບນັກອອກແບບທັງຢູ່ພາຍໃນ ແລະ ຕ່າງປະເທດ, ຈາກນັ້ນ, ນຳເອົາສານວັດທະນະທຳແຜ່ນແພພື້ນເມືອງທີ່ຍອດຍີ່ງ ໃຫ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງຊົນເຜົ່າ ແລະ ມວນມະນຸດ ຕະຫຼອດກາລະນານ”. 

ຕອບກັບ

ຂ່າວ/ບົດ​ອື່ນ