ພິທີປະກາດ ປຶ້ມປົກຂາວປ້ອງກັນຊາດຫວຽດນາມປີ 2019

(VOVWORLD) -ຕອນບ່າຍວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີປະກາດປຶ້ມປົກຂາວປ້ອງກັນຊາດຫວຽດນາມປີ 2019
ພິທີປະກາດ ປຶ້ມປົກຂາວປ້ອງກັນຊາດຫວຽດນາມປີ 2019 - ảnh 1 ທ່ານພົນໂທຫງວຽນຈີ້ວີ້ງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ

ທ່ານພົນໂທຫງວຽນຈີ້ວີ້ງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານຫງວຽນມິນວູ້ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມເປັນປະທານຮ່ວມພິທີປະກາດ.

     ຕໍ່ຈາກ ປຶ້ມປົກຂາວປ້ອງກັນຊາດຫວຽດນາມປີ 2009, ຫວຽດນາມປະກາດ ປຶ້ມປົກຂາວປ້ອງກັນຊາດຫວຽດນາມປີ 2019 ເພື່ອແນໃສ່ສືບຕໍ່ຢັ້ງຢືນ ແລະ ເຮັດແຈ້ງລັກສະນະພື້ນຖານຂອງການປ້ອງກັນຊາດຫວຽດນາມ ແມ່ນສັນຕິພາບ, ແລະ ປ້ອງກັນຕົວ. ປຶ້ມປົກຂາວປ້ອງກັນຊາດຫວຽດນາມປີ 2019 ປະກອບດ້ວຍ 3 ພາກຄື: ສະພາວະຍຸດທະສາດ ແລະ ນະໂຍບາຍ ປ້ອງກັນຊາດ; ການສ້າງພື້ນຖານ ປ້ອງກັນຊາດທົ່ວປວງຊົນ ແລະ ກອງທັບປະຊາຊົນ ແລະ ທະຫານລາດປ້ອງກັນຕົວ.

     ປຶ້ມປົກຂາວປ້ອງກັນຊາດຫວຽດນາມປີ 2019 ສະແດງໃຫ້ເຫັນແຜນນະໂຍບາຍຢ່າງໂປ່ງໃສກ່ຽວກັບນະໂຍບາຍ ປ້ອງກັນຊາດຂອງຫວຽດນາມເພື່ອເພີີ່ມທະວີຄວາມເຂົ້າອົກເຂົ້າໃຈ, ສ້າງຄວາມເຊື່ອໝັ້ນລະຫວ່າງກອງທັບ ແລະ ປະຊາຊົນບັນດາປະເທດໃນໂລກ, ສ້າງເງື່ອນໄຂຍົກສູງປະສິດທິຜົນການຮ່ວມມື, ການເຊື່ອມໂຍງເຂົ້າກັບການປ້ອງກັນຊາດສາກົນລະຫວ່າງຫວຽດນາມກັບບັນດາປະເທດ, ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ, ແກ້ໄຂບັນດາບັນຫາຄວາມໝັ້ນຄົງທີ່ພວມພົ້ນເດັ່ນຂຶ້ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ. 

ຕອບກັບ

ຂ່າວ/ບົດ​ອື່ນ