ພິທີປະກາດການເສັງປະດິດຄິດສ້າງຄືຊາວ ຊູແອດ

(VOVWORLD) - ວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງພິທີປະກາດການເສັງທົ່ວປະເທດ “ປະດິດຄິດສ້າງຄືຊາວ ຊູແອດ”. 
ພິທີປະກາດການເສັງປະດິດຄິດສ້າງຄືຊາວ ຊູແອດ - ảnh 1ທ່ານ ເຈີ່ນຊວນດິກ, ຮອງຫົວໜ້າກົມພັດທະນາຕະຫຼາດ ແລະ ວິສາຫະກິດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ (ພາບ: Tuấn Anh/VOV)

ການເສັງໂດຍສະຖານທູດຊູແອດ ປະຈຳ ຫວຽດນາມ ພ້ອມກັບກະຊວງສຶກສາ ແລະ ບຳລຸງສ້າງ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ສົມທົບກັບບັນດາອົງການ, ວິສາຫະກິດ ຊູແອດ ຈັດຕັ້ງ ເພື່ອແນໃສ່ສົ່ງເສີມໃຫ້ຄົນໜຸ່ມຍົກອອກຂໍ້ຄິດປະດິດສ້າງ, ມາດຕະການປ່ຽນໃໝ່, ປະດິດຄິດສ້າງສຳລັບບັນດາສິ່ງທ້າທາຍກ່ຽວກັບດິນຟ້າອາກາດ ແລະ ພັດທະນາແບບຍືນຍົງ. ທ່ານ ເຈີ່ນຊວນດິກ, ຮອງຫົວໜ້າກົມພັດທະນາຕະຫຼາດ ແລະ ວິສາຫະກິດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຫວັງວ່າ, ລຸ້ນໜຸ່ມ ຫວຽດນາມ, ລຸ້ນຄົນມີຄວາມສຸດຈິດສຸດໃຈທີ່ສຸດ, ມີຄວາມມຸ່ງຫວັງ ແລະ ມີຫົວຄິດປະດິດສ້າງທີ່ສຸດ ສາມາດສຳຜັດ, ພົວພັນແລກປ່ຽນ, ຮ່ຳຮຽນເອົາເນື້ອໃນຈິດໃຈມີຫົວຄິດປະດິດສ້າງຂອງປະເທດ ຊູແອດ. ພວກເພື່ອນສາມາດມີຫົວຄິດປະດິດສ້າງເອງ, ກາລະໂອກາດໃໝ່, ມາດຕະການໃໝ່ ເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງຢູ່ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ