ພິທີປະກາດຂໍ້ຕົກລົງອະໄພຍະໂທດຂອງປະທານປະເທດປີ2016
ພາບປະກອບ
|
(vovworld) - ຕອນເຊົ້າວັນທີ 1/12, ຢູ່ຄຸກແຫ່ງຕ່າງໆໃນທົ່ວປະເທດ ຫວຽດນາມ ໄດ້ຈັດຕັ້ງການປະກາດຂໍ້ຕົກລົງອະໄພຍະໂທດຂອງປະທານປະເທດໃຫ້ບັນດານັກໂທດ ພວມຖືກຈຳຄຸກ ແລະ ບັນດານັກໂທດພວມ ຖືກໂຈະຊົ່ວຄາວການປະຕິບັດຄຳສັ່ງລົງໂທດຈຳຄຸກຂອງສານທີ່ ມີເງື່ອນໄຂຢ່າງພຽງພໍເພື່ອໄດ້ຮັບການອະໄພຍະໂທດປີ 2016 ຕາມຂໍ້ກຳນົດຂອງກົດໝາຍ. ເຂົ້າຮ່ວມພິທີປະກາດຂໍ້ຕົກລົງອະໄພຍະໂທດຂອງປະທານປະເທດຢູ່ຄ້າຍກັກຂັງ ຟູ໋ເຊີນ 4, ກົມໃຫຍ່ຕຳຫຼວດປະຕິບັດຄຳຕັດສິນຂອງສານສຳລັບຄະດີ ອາຍາ ແລະ ໜູນຊ່ວຍດ້ານນິຕິກຳ, ກະຊວງຕຳຫຼວດ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ, ປະທານສະພາທີ່ປຶກສາອະໄພຍະໂທດປີ 2016, ໄດ້ເນັ້ນໜັກວ່າ: ໄລ່ສະເພາະປີ 2009 ມາຮອດປະຈຸບັນ, ລັດ ຫວຽດນາມ ໄດ້ປະຕິບັດການອະໄພຍະໂທດ 6 ຄັ້ງໃຫ້ນັກໂທດເກືອບ 82.000 ຄົນ ແລະ ກ່ວາ 900 ຄົນພວມຖືກໂຈະຊົ່ວຄາວການປະຕິບັດຄຳຕັດສິນຂອງສານ. ຜູ້ໄດ້ຮັບອະໄພຍະໂທດສ່ວນຫຼາຍໄດ້ກັບຄືນສູ່ວົງຄະນະຍາດ ມີຊີວິດເປັນປົກກະຕິ, ທຳມາຫາກິນເປັນຢ່າງດີ, ອັດຕາຜູ້ລະເມີດກົດໝາຍຄືນໃໝ່ຕ່ຳ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ, ເນັ້ນໜັກວ່າ:
“ການອະໄພຍະໂທດແມ່ນບາດກ້າວທຳອິດໃນໄລຍະທາງມຸ່ງໄປເຖິງຄວາມເມດຕາ. ໃນຕໍ່ໜ້າ, ພວກເຈົ້າຍັງປະສົບກັບທ້າທາຍຫຼາຍຢ່າງ. ໄປຄຽງຄູ່ກັນນັ້ນແມ່ນບັນດາການຈອບອອຍ, ຊ້ຳບໍ່ໜຳແມ່ນການນາບຂູ່ຂອງຄົນບໍ່ດີ. ແຕ່ດ້ວຍຄວາມມານະພະຍາຍາມ, ການອອກແຮງງານ, ຮ່ຳຮຽນ, ດັດສ້າງໃຫ້ເປັນຄົນດີຂອງຕົນຢູ່ໃນຄຸກ, ຂ້າພະເຈົ້າເຊື່ອໝັ້ນວ່າ, ພວກອ້າຍ, ເອື້ອຍຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທຸກປະການ ມີຄວາມເຊື່ອໝັ້ນຕົນເອງກ່ວາໃນຊີວິດການເປັນຢູ່.”