ພິທີປະກາດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ມາເລເຊຍ

(VOVWORLD) - ກ່າວຄຳເຫັນທີ່ເຫດການ, ທ່ານ ດິງງອັກລີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ເນັ້ນໜັກວ່າ: ໃນກ່ວາ 50 ປີຜ່ານມາ, ການພົວພັນຮ່ວມມືສອງຝ່າຍ ລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ...
ພິທີປະກາດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ມາເລເຊຍ - ảnh 1ທ່ານ ດິງງອັກລີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ
(ພາບ:Hằng Linh/TTXVN )

ຕອນຄ່ຳວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ໄດ້ຈັດພິທີປະກາດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ (1973 – 2023). ກ່າວຄຳເຫັນທີ່ເຫດການ, ທ່ານ ດິງງອັກລີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ເນັ້ນໜັກວ່າ: ໃນກ່ວາ 50 ປີຜ່ານມາ, ການພົວພັນຮ່ວມມືສອງຝ່າຍ ລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ ແລະ ຊຸກຍູ້ໃນຫຼາຍຂົງເຂດ, ຈາກການເມືອງ - ການຕ່າງປະເທດ ຕະຫຼອດຮອດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ກໍ່ຄືເສດຖະກິດ, ພົວພັນແລກປ່ຽນວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນສອງປະເທດ, ພິເສດແມ່ນພາຍຫຼັງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2015. ທ່ານເອກອັກຄະລັດຖະທູດ ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນ ຫວຽດນາມ - ມາເລເຊຍ ຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ. ໃນຂອບເຂດເຫດການ, ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ໄດ້ລົງນາມບົດບັນທຶກຊ່ວຍຈຳ (MoU) ກັບສູນຂໍ້ມູນຂ່າວສານເຕັກໂນໂລຊີຊີວະພາບ ແລະ ກົມມໍລະດົກສິລະປະດີຈີຕອນຂອງ ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ