ພິທີປະດັບຫລຽນກາມິດຕະພາບໃຫ້ແກ່ສາສະດາຈານ Michelle Guillou ຊາວ ຝລັ່ງ

ພິທີປະດັບຫລຽນກາມິດຕະພາບໃຫ້ແກ່ສາສະດາຈານ Michelle Guillou ຊາວ ຝລັ່ງ - ảnh 1
ພິທີປະດັບຫລຽນກາໃຫ້ສາສະດາຈານ Michel Guillou
ພາບ:TTXVN


(vovworld) - ວັນ​ທີ 23/1, ສະຖານທູດຫວຽດນາມ ປະຈຳ ຝລ່ັງ ​ໄດ້​ຈັດ​ຕັ້ງ​ພິທີ​ປະດັບ​ຫລຽນ​ກາ​ມິດຕະພາບ​​ໃຫ້​ແກ່​ສາ​ສະ​ດາ​ຈານ Michel Guillou ຍ້ອນ​ການປະກອບສ່ວນ​ຢ່າງ​ຕັ້ງຫນ້າຂອງ​ທ່ານ​ເຂົ້າ​ໃນ​ການ​ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ ​ແລະ ບຳລຸງ​ສ້າງ​ລະຫວ່າງ ຫວຽດນາມ ກັບ ສ. ຝລັ່ງ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ປະຊາ​ຄົມ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝລັ່ງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ​ເຢືອງຈີ​ຢູງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ສາ​ສະ​ດາ​ຈານ Michel Guillou ທີ່​ມີ​ຕໍ່​ພາລະກິດ​ສຶກສາ ​ແລະ ພັດທະນາ ພາສາ​ຝລັ່ງ ຢູ່ ຫວຽດນາມ. ທ່ານ​ຢູງ ກ່າວ​ວ່າ:

        “ຕາງຫນ້າ​ໃຫ້​ລັດຖະບານ ຫວຽດນາມ, ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຄວາມ​ຮູ້​ບຸນຄຸນຢ່າງ​ເລິ​ກ​ເຊິ່ງຕໍ່​ການ​ປະກອບສ່ວນ ຊຶ່ງ​ທ່ານ​ໄດ້​ສະຫງວນ​ໃຫ້​ແກ່ ຫວຽດນາມ ກໍ​ຄື​ປະຊາ​ຄົມ​ບັນດາ​ປະ​ເທດ​ໃຊ້​ພາສາ ຝລັ່ງ. ອົງການນຳ​ໃຊ້​ພາສາ​ຝລັ່ງ ສາກົນ ​ເຕີບ​ໂຕ​ຄື​ວັນ​ນີ້ ກໍຍ້ອນມີ​ການ​ປະກອບສ່ວນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ທ່ານ.”
ຂ່າວ/ບົດ​ອື່ນ