ພິທີພາວະນາຂໍຄວາມຢູ່ເຢັນເປັນສຸກຂອງປະຊາຄົມຊາວຫວຽດນາມຢູ່ອິນເດຍ
(ພາບ: HuyBinh)
(vovworld) – ວັນທີ 28/1 (ວັນທີ 1 ຂອງບຸນເຕັດ), ຢູ່ວັດ Buddha Vihara , ນະຄອນຫຼວງ ນິວເດລີ, ຜູ້ຕາງໜ້ານັກຮຽນສົງ ແລະ ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ຈັດຕັ້ງ ພິທີພາວະນາຂໍຄວາມຢູ່ເຢັນເປັນສຸກ ໃນໂອກາດຕົ້ນລະດູບານໃໝ່, ແລະ ຂໍໃຫ້ປີໃໝ່ມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ. ທີ່ພິທີ, ທ່ານ ໂຕນຊິງແທ່ງ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ອິນເດຍ ໃຫ້ຮູ້ວ່າ, ໄປວັດພາວະນາໃຫ້ປະເທດຊາດມີຄວາມສະຫົງບ, ປະຊາຊົນ ຢູ່ເຢັນເປັນສຸກ ໃນໂອກາດຕົ້ນລະດູບານໃໝ່ ແມ່ນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາວ ຫວຽດນາມ, ເຊິ່ງປະຊາຄົມຊາວ ຫວຽດນາມໃນທົ່ວໂລກ, ໃນນັ້ນມີຊາວ ຫວຽດນາມ ຢູ່ອິນເດຍ ໄດ້ຮັກສາໄວ້. ທ່ານຢືນຢັນວ່າ, ປະຊາຄົມຊາວ ຫວຽດນາມ ຢູ່ອິນເດຍ ນັບມື້ນັບມີຄວາມສະໜິດຕິດພັນ, ສາມັກຄີ ແລະ ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ປະເທດຊາດ ກໍ່ຄືສາຍພົວພັນລະຫວ່າງ ຫວຽດນາມ - ອິນເດຍ.