ພິທີມິດຕິງສະເຫຼີມສະຫຼອງ 102 ປີແຫ່ງການປະວັດເດືອນຕຸລາທີ່ຍິ່ງໃຫຍ່

(VOVWORLD) -ວັນທີ 7 ພະຈິກ 1941, ກົງກັບໂອກາດສະເຫຼີມສະຫຼອງ 24 ປີແຫ່ງວັນການປະຕິວັດເດືອນຕຸລາ, ຢູ່ຈະຕຸລັດແດງຂອງປະເທດລັດເຊຍ ໄດ້ດຳເນີນພິທີສວນສະໜາມສະແດງກຳລັງປະຫວັດສາດ, ສ້າງບາດລ້ຽວໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ 1941 – 1945.

ນັບແຕ່ປີ 2005, ວັນທີ 07 ພະຈິກ, ໄດ້ຖືວ່າແມ່ນວັນສະຫງ່າລາສີຂອງກອງທັບລັດເຊຍ ແລະ ພິທີສວນສະໜາມສະແດງກຳລັງໄດ້ຈັດຕັ້ງຂຶ້ນໃນທຸກປີເພື່ອເປັນການຈົດຈຳເຫດການປະຫວັດສາດດັ່ງກ່າວ. ປີ 2019 ນີ້, ຈະມີແຂກຖືກເຊີນປະມານ 7.000 ຄົນມາຊົມພິທີສວນສະໜາມສະແດງກຳລັງ.

        ໃນວັນທີ 07 ພະຈິກ, ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 102 ປີແຫ່ງວັນການປະຕິວັດເດືອນຕຸລາທີ່ຍິ່ງໃຫຍ່ ກໍ່ໄດ້ຈັດຕັ້ງຢູ່ຫຼາຍນະຄອນຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ