ພິທີ​ມອບ - ຮັບ​ອຸປະກອນ​ການ​ແພດ​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ ປະຊາຊົນ​ຫວຽດນາມ ​ໃຫ້ປະຊາຊົນ​ ກູ​ບາ

(VOVWORLD) -    ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ - ຮັບ ອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ ເຊິ່ງລວມມີ ຊຸດ Kit ວິໄຈເຊື້ອ, ຊຸດເກັບຕົວຢ່າງ, ຜ້າອັດປາກ - ອັດດັງ, ຊຸດປ້ອງກັນພະຍາດ... ດ້ວຍປະລິມານທັງໝົດ 3 ໂຕນ.
ພິທີ​ມອບ - ຮັບ​ອຸປະກອນ​ການ​ແພດ​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ ປະຊາຊົນ​ຫວຽດນາມ ​ໃຫ້ປະຊາຊົນ​ ກູ​ບາ - ảnh 1ພິທີມອບ - ຮັບອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ໃຫ້ປະຊາຊົນ ກູບາ (ພາບ: hanoimoi.com.vn)

        ທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢັ້ງຢືນວ່າ ການຮ່ວມມືສາກົນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນປັດໄຈສໍາຄັນ. ທ່ານເນັ້ນໜັກວ່າ:

        “ໃນສະພາບການປັດຈຸບັນ, ເລື່ອງສອງປະເທດຊ່ວຍເຫຼືອກັນແມ່ນຫຼັກຖານພະຍານທີ່ມີຊີວິດຊີວາຂອງນໍ້າຈິດໃຈຖານສະຫາຍ, ອ້າຍນ້ອງ, ການແບ່ງປັນ, ຄວາມສາມັກຄີກັນເປັນຈິດໜຶ່ງໃຈດຽວ ແລະ ມີຄວາມໝາຍສໍາຄັນຫຼາຍໃນການພົວພັນສອງຝ່າຍ, ຜ່ານນັ້ນ ຊ່ວຍກັນຜ່ານຜ່າໂລກລະບາດ, ທັງສ້າງພື້ນຖານເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມືດ້ານສາທາລະນະສຸກໃນຍາວນານ. ກ່ອນອື່ນໝົດ, ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດານັກຊ່ຽວຊານດ້ານສາທາລະນະສຸກຂອງ ກູບາ ໄດ້ເຮັດວຽກໃນສະພາບແວດລ້ອມທີ່ດີທີ່ສຸດ ເພື່ອໃຫ້ສອງຝ່າຍຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ເປັນເອກະພາບກັນໂດຍໄວ.”

        ກ່າວຄໍາເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ກູບາ ປະຈໍາ ຫວຽດນາມ Lianys Torres Rivera ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ມອບຂອງຂວັນດັ່ງກ່າວໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ກູບາ. ພ້ອມທັງໃຫ້ຮູ້ວ່າ ກູບາຈະຜັນຂະຫຍາຍການນໍາໃຊ້ບັນດາອຸປະກອນດັ່ງກ່າວເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ